lo_tn/act/12/20.md

3.2 KiB

ຂໍ້ມູນເຊື່ອຕໍ່:

ລູກາຍັງສືບຕໍ່ກັບເຫດການອື່ນອີກໃນຊີວິດຂອງເຮໂຣດ.

ດຽວນີ້

ຄຳນີ້ໃຊ້ຢູ່ນີ້ເພື່ອຫມາຍເຫດການຕໍ່ໄປໃນເລື່ອງ. (ເບິ່ງ: rc://*/ta/man/translate/writing-newevent)

ພວກເຂົາໄດ້ໄປຫາລາວພ້ອມກັນ

ຄົງຈະບໍ່ແມ່ນວ່າພວກເຂົາທັງຫມົດໄດ້ໄປຫາເຮໂຣດ. ແປໄດ້ອີກວ່າ: "ຜູ້ຊາຍທີ່ເປັນຕົວແທນໃຫ້ແກ່ຊາວເມືອງຕີໂລແລະເມືອງຊີໂດນໄດ້ຮ່ວມກັນສົນທະນາກັບເຮໂຣດ" (ເບິ່ງ: rc://*/ta/man/translate/figs-hyperbole)

ພວກເຂົາໄດ້ຊັກຊວນໃຫ້ບຣາຊະໂຕ

"ຜູ້ຊາຍເຫຼົ່ານີ້ໄດ້ຊັກຊວນໃຫ້ບຣາຊະໂຕ"

ບຣາຊະໂຕ

ບຣາຊະໂຕແມ່ນຜູ້ຊ່ວຍຫລືເຈົ້າໜ້າທີ່ຂອງກະສັດເຮໂຣດ. (ເບິ່ງ: rc://*/ta/man/translate/translate-names)

ພວກເຂົາກໍໄດ້ສ້າງມິດໄມຕີຕໍ່ກັນ

"ຜູ້ຊາຍເຫລົ່ານີ້ໄດ້ຂໍມີຄວາມສະຫງົບ"

ປະເທດຂອງພວກເຂົາໄດ້ຮັບອາຫານຈາກເມືອງຂອງກະສັດ

ພວກເຂົາອາດຈະຊື້ອາຫານນີ້. ແປໄດ້ອີກວ່າ: "ປະຊາຊົນໃນເມືອງ ຕີເຣ ແລະ ຊີໂດນ ໄດ້ຊື້ອາຫານທັງໝົດຂອງພວກເຂົາຈາກຄົນທີ່ກະສັດເຮໂຣດປົກຄອງ" (ເບິ່ງ: rc://*/ta/man/translate/figs-explicit)

ໄດ້ຮັບອາຫານຂອງກະສັດ

ມັນຫມາຍຄວາມວ່າກະສັດເຮໂຣດຈຳກັດການສະໜອງອາຫານນີ້ເພາະວ່າລາວໂກດແຄ້ນຕໍ່ປະຊາຊົນໃນເມືອງຕີເຣແລະເມືອງຊີໂດນ. (ເບິ່ງ: rc://*/ta/man/translate/figs-explicit)

ເມື່ອຮອດມື້ທີ່ກຳນົດໄວ້

ນີ້ອາດຈະແມ່ນມື້ທີ່ກະສັດເຮໂຣດຕົກລົງທີ່ຈະພົບກັບຜູ້ຕາງຫນ້າ. ແປໄດ້ອີກວ່າ: "ໃນມື້ທີ່ເຮໂຣດຕົກລົງທີ່ຈະພົບພວກເຂົາ"

ນຸ່ງເສື້ອຜ້າສຳລັບກະສັດ

ເຄື່ອງນຸ່ງລາຄາແພງເຊິ່ງຈະສະແດງວ່າລາວເປັນກະສັດ

ນັ່ງເທິງບັນລັງ

ນີ້ແມ່ນບ່ອນທີ່ເຮໂຣດກ່າວເຖິງປະຊາຊົນຜູ້ທີ່ມາພົບກັບລາວຢ່າງເປັນທາງການ.