lo_tn/act/09/28.md

1.7 KiB

ຂໍ້​ມູນ​ທົ່ວ​ໄປ:

ທີ່ນີ້ຄຳວ່າ "ພວກເຂົາ" ຫມາຍເຖິງຄົນຢິວແລະຄົນທີ່ປ່ຽນມາເປັນສາດສະຫນາຢິວ.

ໃນພຣະນາມຂອງພຣະຜູ້ເປັນເຈົ້າພຣະເຢຊູ

ທີ່ນີ້ "ພຣະນາມ" ແມ່ນຄຳອຸປະມາສຳລັບຂ່າວປະເສີດຂອງພຣະເຢຊູຄຣິດ. (ເບິ່ງ: rc://*/ta/man/translate/figs-metonymy)

ໄດ້ໂຕ້​ຖຽງກັບຊາວຢິວທີ່ເວົ້າພາສາກຣີກ

ໂຊໂລພະຍາຍາມຫາເຫດຜົນກັບຊາວຢິວທີ່ເວົ້າພາສາກຣີກ.

ພີ່ນ້ອງ

ຄຳວ່າ "ພີ່ນ້ອງ" ຫມາຍເຖິງຜູ້ທີ່ເຊື່ອໃນນະຄອນເຢຣູຊາເລັມ.

ພາ​ລາວລົງໄປທີ່​ເມືອງກາຍຊາເຣຍ

ປະໂຫຍກທີ່ວ່າ "ພາລາວລົງໄປ" ຖືກໃຊ້ຢູ່ນີ້ເພາະວ່າ​ເມືອງກາຍຊາເຣຍຕໍ່າກວ່ານະຄອນເຢຣູຊາເລັມ.

ສົ່ງຕໍ່ລາວໄປທີ່ເມືອ​ງ​ຕາ​ໂຊ

​ເມືອງກາຍຊາເຣຍແມ່ນເປັນເມືອງທ່າ. ພວກພີ່ນ້ອງອາດຈະສົ່ງໂຊໂລໄປທີ່ເມືອງຕາໂຊໂດຍທາງເຮືອ. (ເບິ່ງ: rc://*/ta/man/translate/figs-explicit)