lo_tn/act/09/03.md

2.7 KiB

ຂໍ້ມູນເຊື່ອມຕໍ່:

ຫລັງຈາກປະໂລຫິດໃຫຍ່ໄດ້ສົ່ງຈົດຫມາຍໃຫ້ໂຊໂລ, ໂຊໂລກໍ່ອອກເດີນທາງໄປເມືອງດາມັສກັດ.

ຂະນະທີ່ໂຊ​ໂລກຳລັງເດີນທາງ

ໂຊໂລອອກຈາກເຢຣູຊາເລັມແລະດຽວນີ້ເດີນທາງໄປເມືອງດາມັສກັດ.

ທັນໃດນັ້ນກໍເກີດ

ນີ້ແມ່ນການສະແດງອອກທີ່ຫມາຍເຖິງການປ່ຽນແປງຂອງເລື່ອງລາວເພື່ອສະແດງໃຫ້ເຫັນບາງຢ່າງທີ່ແຕກຕ່າງກັນກຳລັງຈະເກີດຂື້ນ. (ເບິ່ງ: rc://*/ta/man/translate/writing-newevent)

ມີແສງສະຫວ່າງສ່ອງມາ​ຈາກ​ຟ້າສະຫວັນມາອ້ອມຮອບຕົວ​ລາວ

"ແສງສະຫວ່າງຈາກສະຫວັນສ່ອງສະຫວ່າງຢູ່ອ້ອມຮອບລາວ"

ຈາກຟ້າສະຫວັນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຟ້າສະຫວັນ, ບ່ອນທີ່ພຣະເຈົ້າອາໃສຢູ່ ຫລື 2) ທ້ອງຟ້າ. ຄວາມຫມາຍທຳອິດແມ່ນດີກວ່າ. ໃຊ້ຄວາມຫມາຍນັ້ນຖ້າພາສາຂອງເຈົ້າມີຄຳແຍກຕ່າງຫາກ

ລາວ​ກໍລົ້ມລົງທີ່ພື້ນດິນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນວ່າ 1) "ໂຊໂລໂຍນຕົວເອງລົງພື້ນດິນ" ຫລື 2) "ແສງສະຫວ່າງເຮັດໃຫ້ລາວລົ້ມລົງກັບພື້ນດິນ" ຫລື 3) "ໂຊໂລໄດ້ລົ້ມລົງກັບພື້ນຄືຄົນທີ່ລົ້ມລົງ." ໂຊໂລບໍ່ໄດ້ລົ້ມລົງໂດຍບັງເອີນ.

ເປັນຫຍັງທ່ານຈຶ່ງຂົ່ມເຫັງເຮົາ?

ຄຳຖາມນີ້ມີຂໍ້ກ່າວຫາຕໍ່ໂຊໂລ. ໃນບາງພາສາຄຳຖະແຫລງທີ່ຈະເປັນທຳມະຊາດ ແປໄດ້ອີກວ່າ: "ທ່ານກຳລັງຂົ່ມເຫັງເຮົາ!" ຫລືຄຳສັ່ງ (ແປໄດ້ອີກວ່າ): "ຢຸດຂົ່ມເຫັງເຮົາ!" (ເບິ່ງ: rc://*/ta/man/translate/figs-rquestion)