lo_tn/act/07/54.md

2.7 KiB

ຂໍ້ມູນເຊື່ອມຕໍ່:

ສະພາມີປະຕິກິລິຍາຕໍ່ຄຳເວົ້າຂອງຊະເຕຟາໂນ.

ເມື່ອພວກ​ຊະ​ມາ​ຊິກສະພາໄດ້ຍິນແນວນັ້ນ

ນີ້ແມ່ນຈຸດປ່ຽນ; ການເທດສະຫນາຈົບລົງແລະສະມາຊິກສະພາມີປະຕິກິລິຍາຕອບໂຕ້.

ຄຽດແຄ້ນແຫນ້ນ​ໃຈຫລາຍ

"ໃຈຮ້າຍທີ່ສຸດ" (ເບິ່ງ: rc://*/ta/man/translate/figs-idiom)

ກັດແຂ້ວຂອງ​ຕົນ​ໃສ່ຊະເຕຟາໂນ

ການກະທຳນີ້ໄດ້ສະແດງຄວາມໂກດແຄ້ນຢ່າງແຮງຕໍ່ຊະເຕຟາໂນຫລືກຽດຊັງຊະເຕຟາໂນ. ແປໄດ້ອີກວ່າ: "ພວກເຂົາໃຈຮ້າຍຈົນເຮັດໃຫ້ແຂ້ວຂອງພວກເຂົາຢູ່ລວມກັນ" ຫລື "ຍ້າຍແຂ້ວຂອງພວກເຂົາໄປມາເວລາທີ່ພວກເຂົາເບິ່ງຊະເຕຟາໂນ." (ເບິ່ງ: rc://*/ta/man/translate/translate-symaction)

ຫລຽວເບິ່ງ​ທີ່ຟ້າສະ​ຫວັນ

"ເງີຍຫນ້າຂຶ້ນສູ່ສະຫວັນ." ປະກົດວ່າມີພຽງແຕ່ຊະເຕຟາໂນເທົ່ານັ້ນທີ່ໄດ້ເຫັນນິມິດນີ້ແລະບໍ່ແມ່ນຄົນອື່ນໃນຝູງຊົນ.

ເຫັນລັດສະໝີຂອງພຣະເຈົ້າ

ໂດຍທົ່ວໄປປະຊາຊົນໄດ້ປະສົບກັບລັດສະໝີພາບຂອງພຣະເຈົ້າເປັນແສງສະຫວ່າງອັນສົດໃສ. ແປໄດ້ອີກວ່າ: "ໄດ້ເຫັນແສງສະຫວ່າງທີ່ສົດໃສຈາກພຣະເຈົ້າ" (ເບິ່ງ: rc://*/ta/man/translate/figs-explicit)

ຢືນຢູ່ເບື້ອງຂວາພຣະ​ຫັດຂອງພຣະເຈົ້າ

ຄຳວ່າ "ຢູ່ເບື້ອງຂວາພຣະຫັດ" ແມ່ນຄຳເວົ້າທີ່ຫມາຍເຖິງສະຖານທີ່ໃຫ້ກຽດ. ແປໄດ້ອີກວ່າ: "ຢືນຢູ່ບ່ອນທີ່ມີກຽດຕິຍົດຂ້າງພຣະເຈົ້າ" (ເບິ່ງ: rc://*/ta/man/translate/figs-idiom)

ບຸດມະນຸດ

ຊະເຕຟາໂນຫມາຍເຖິງພຣະເຢຊູໂດຍຊື່ວ່າ "ບຸດມະນຸດ".