lo_tn/act/07/51.md

3.2 KiB

ຂໍ້ມູນເຊື່ອມຕໍ່:

ດ້ວຍຄຳຕຳຫນິຢ່າງແຮງ, ຊະເຕຟາໂນຈົບການຕອບສະຫນອງຕໍ່ປະໂລຫິດໃຫຍ່ແລະສະພາທີ່ເພິ່ນໄດ້ເລີ່ມຕົ້ນໃນ 7: 1.

ທ່ານ​ພວກ​ຜູ້ທີ່ດື້ດ້ານ-ແຂງກະດາ້ງ

ຄໍ - ຊະເຕຟາໂນປ່ຽນຈາກການລະບຸຕົວຜູ້ນຳຢິວເພື່ອສັ່ງຫ້າມພວກເຂົາ.

ດື້ດ້ານ-ແຂງກະດ້າງ

ຄໍ - ນີ້ບໍ່ໄດ້ຫມາຍຄວາມວ່າຄໍຂອງພວກເຂົາແຂງແຕ່ແມ່ນວ່າພວກເຂົາ "ແຂງຄໍ." (ເບິ່ງ: rc://*/ta/man/translate/figs-idiom)

ໃຈແຂງກະດ້າງ ແລະ ຫູ​ຕຶງ

ຊາວຢິວຖືວ່າຄົນທີ່ບໍ່ໄດ້ຮັບພິທີຕັດເປັນຄົນທີ່ບໍ່ເຊື່ອຟັງພຣະເຈົ້າ. ຊະເຕຟາໂນໃຊ້ "ຫົວໃຈແລະຫູ" ເພື່ອເປັນຕົວແທນໃຫ້ແກ່ບັນດາຜູ້ນຳຊາວຢິວທີ່ປະຕິບັດການກະທຳຂອງຄົນຕ່າງຊາດເມື່ອພວກເຂົາບໍ່ເຊື່ອຟັງຫລືຟັງພຣະເຈົ້າ. ແປໄດ້ອີກວ່າ: "ທ່ານປະຕິເສດທີ່ຈະເຊື່ອຟັງແລະຟັງ" (ເບິ່ງ: rc://*/ta/man/translate/figs-metonymy)

ມີຜູ້​ທຳ​ນ​ວາຍຄົນໃດແດ່ທີ່ບັນພະບຸລຸດຂອງທ່ານບໍ່ໄດ້ຂົ່ມເຫັງ?

ຊະເຕຟາໂນຖາມຄຳຖາມນີ້ເພື່ອສະແດງໃຫ້ພວກເຂົາເຫັນວ່າພວກເຂົາບໍ່ໄດ້ຮຽນຮູ້ຫຍັງຈາກຄວາມຜິດພາດຂອງບັນພະບຸລຸດຂອງພວກເຂົາ. ແປໄດ້ອີກວ່າ: "ບັນພະບຸລຸດຂອງທ່ານຂົ່ມເຫັງຜູ້​ທຳ​ນ​ວາຍທຸກໆຄົນ!" (ເບິ່ງ: rc://*/ta/man/translate/figs-rquestion)

ຊອບທຳ

ນີ້ຫມາຍເຖິງພຣະຄຣິດ, ພຣະເມຊີອາ.

ພວກທ່ານກໍເປັນຄົນທໍລະຍົດແລະຄາດຕະກອນ​ຕໍ່​ພ​ຣະ​ອົງ​ດ້ວຍ

"ທ່ານຍັງໄດ້ທໍລະຍົດແລະຂ້າພຣະອົງ"

ຄາດຕະກອນ​ຕໍ່​ພ​ຣະ​ອົງ​

"ຄາດຕະກອນຂອງຄົນຊອບທຳ" ຫລື "ຄາດຕະກອນຂອງພຣະຄຣິດ"

ຄຳສັ່ງຈາກເຫລົ່າ​ເທວະ​ດາ

"ກົດບັນຍັດທີ່ພຣະເຈົ້າໄດ້ເຮັດໃຫ້ເທວະ​ດາມອບໃຫ້ບັນພະບຸລຸດຂອງພວກເຮົາ"