lo_tn/act/07/35.md

3.1 KiB

ຂໍ້ມູນທົ່ວໄປ:

ຂໍ້ທີ 35-38 ມີບັນດາປະໂຫຍກທີ່ເຊື່ອມຕໍ່ໂດຍອ້າງອີງໃສ່ໂມເຊ. ແຕ່ລະປະໂຫຍກເລີ່ມຕົ້ນດ້ວຍຄຳກ່າວເຊັ່ນ: "ໂມເຊນີ້" ຫລື "ໂມເຊຜູ້ດຽວກັນນີ້" ຫລື "ຜູ້ຊາຍຄົນນີ້" ຫລື "ມັນຄືໂມເຊຄືກັນ." ຖ້າເປັນໄປໄດ້, ໃຊ້ຄຳເວົ້າທີ່ຄ້າຍຄືກັນນີ້ເພື່ອເນັ້ນຫນັກໃສ່ໂມເຊ.

ຂໍ້ມູນທົ່ວໄປ:

ຫລັງຈາກຊາວອິດສະຣາເອນອອກຈາກປະເທດເອຢິບ, ພວກເຂົາໃຊ້ເວລາສີ່ສິບປີເດີນທາງໄປໃນຖິ່ນກັນດານກ່ອນທີ່ພຣະເຈົ້າຈະນຳພວກເຂົາເຂົ້າໄປໃນແຜ່ນດິນທີ່ພຣະອົງໄດ້ສັນຍາໄວ້.

ໂມເຊຄົນນີ້ແຫລະທີ່ພວກເຂົາເຄີຍປະຕິເສດ

ນີ້ຫມາຍເຖິງເຫດການທີ່ບັນທຶກໄວ້ໃນ 7:26.

ໃຜແຕ່ງຕັ້ງທ່ານໃຫ້ເປັນຜູ້ປົກຄອງ ແລະ ຜູ້ຕັດ​ສິນ?

ຄຳຖາມນີ້ຖືກໃຊ້ເພື່ອສັ່ງສອນໂມເຊ. ແປໄດ້ອີກວ່າ: "ທ່ານບໍ່ມີສິດອໍານາດເຫນືອພວກເຮົາ!" ເບິ່ງວິທີທີ່ທ່ານແປຄຳຖາມນີ້ໃນ 7:26. (ເບິ່ງ: rc://*/ta/man/translate/figs-rquestion)

ຜູ້​ປົກ​ຄອງ ແລະ ຜູ້​ປົດ​ປ່ອຍ

"ປົກຄອງພວກເຂົາແລະປ່ອຍພວກເຂົາອອກຈາກການເປັນຂ້າທາດ"

ດ້ວຍມືຂອງທູດສະຫວັນ

"ໂດຍວິທີການຂອງເທວະດາ" (ເບິ່ງ: rc://*/ta/man/translate/figs-metonymy)

ໃນໄລຍະສີ່ສິບປີ

ຜູ້ຊົມຂອງຊະເຕຟາໂນໄດ້ຮູ້ກ່ຽວກັບຊາວອິດສະຣາເອນໃຊ້ເວລາສີ່ສິບປີໃນຖິ່ນກັນດານ. ແປໄດ້ອີກວ່າ: "ໃນໄລຍະ 40 ປີທີ່ປະຊາຊົນອິດສະລາເອນໄດ້ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ" (ເບິ່ງ: rc://*/ta/man/translate/figs-explicit)

ພຣະເຈົ້າຈະໃຫ້ຜູ້ທຳນວາຍຜູ້ຫນຶ່ງເກີດມາ

"ເຮັດໃຫ້ຊາຍຄົນອື່ນເປັນຜູ້ທຳນວາຍ"

ທ່າມ​ກາງ​ພີ່ນ້ອງຂອງພວກທ່ານ

"ຈາກບັນດາປະຊາຊົນຂອງທ່ານເອງ"