lo_tn/act/05/26.md

3.0 KiB

ຂໍ້ມູນເຊື່ອມຕໍ່:

ຫົວຫນ້າແລະພົນທະຫານນຳທີ່ເອົາພວກອັກຄະສາວົກໄປທີ່ສະພາສາດສະຫນາຢິວ.

ຂໍ້​ມູນ​ທົ່ວ​ໄປ:

ຄຳວ່າ "ພວກເຂົາ" ໃນສ່ວນນີ້ຫມາຍເຖິງຫົວຫນ້າແລະພົນທະຫານ. ໃນປະໂຫຍກທີ່ວ່າ "ຢ້ານວ່າປະຊາຊົນອາດເອົາກ້ອນຫີນແກວ່ງພວກເຂົາ" ຄຳວ່າ "ພວກເຂົາ" ຫມາຍເຖິງຫົວຫນ້າແລະພົນທະຫານ. ທຸກໆເຫດການອື່ນໆທີ່ເກີດຂື້ນໃນ "ພວກເຂົາ" ທີ່ຢູ່ໃນສິ້ນສ່ວນນີ້ຫມາຍເຖິງອັກຄະສາວົກ.

ຂໍ້​ມູນ​ທົ່ວ​ໄປ:

ທີ່ນີ້ຄຳວ່າ "ເຈົ້າ" ແມ່ນຄຳສັບຫລາຍແລະຫມາຍເຖິງອັກຄະສາວົກ. (ເບິ່ງ: rc://*/ta/man/translate/figs-you)

ພວກເຂົາຢ້ານ

"ພວກເຂົາຢ້ານ"

ໃນຊື່ນີ້

ທີ່ນີ້ຄຳວ່າ "ຊື່" ຫມາຍເຖິງບຸກຄົນຂອງພຣະເຢຊູ. ແປໄດ້ອີກວ່າ: "ບໍ່ຕ້ອງເວົ້າຕໍ່ໄປກ່ຽວກັນຄົນນີ້, ພຣະເຢຊູ." ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 4:15. (ເບິ່ງ: rc://*/ta/man/translate/figs-metonymy)

ພວກທ່ານເຮັດໃຫ້ນະຄອນເຢຣູຊາເລັມເຕັມໄປດ້ວຍຄຳສອນຂອງພວກທ່ານ

ສຳນວນນີ້ຫມາຍຄວາມວ່າພວກເຂົາໄດ້ສອນທຸກຄົນໃນເຢຣູຊາເລັມ. ແປໄດ້ອີກວ່າ: "ທ່ານໄດ້ສອນທຸກຄົນໃນນະຄອນເຢລູຊາເລັມກ່ຽວກັບລາວ" (ເບິ່ງ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-hyperbole]])

ປາດຖະຫນາທີ່ຈະເອົາເລືອດຂອງຊາຍຄົນນີ້ມາສູ່ພວກຂ້າພະເຈົ້າ

ທີ່ນີ້ຄຳວ່າ "ເລືອດ" ຫມາຍເຖິງການຕາຍຂອງພຣະເຢຊູ. ນີ້ແມ່ນວິທີໃຊ້ສຳນວນວ່າພວກເຂົາຮັບຜິດຊອບໃນການຂ້າລາວ. ແປໄດ້ອີກວ່າ: "ຄວາມປາຖະຫນາທີ່ຈະເຮັດໃຫ້ພວກເຮົາຮັບຜິດຊອບຕໍ່ການຕາຍຂອງຊາຍຄົນນີ້" (ເບິ່ງ: [[rc:///ta/man/translate/figs-metonymy]] and [[rc:///ta/man/translate/figs-idiom]])