lo_tn/act/02/43.md

3.1 KiB

ທຸກຄົນເກີດມີຄວາມຢ້ານກົວ

ທີ່ນີ້ຄຳວ່າ "ຄວາມຢ້ານກົວ" ຫມາຍເຖິງຄວາມເຄົາລົບນັບຖືແລະຄວາມເກງກົວຕໍ່ພຣະເຈົ້າ. ຄຳວ່າ "ຈິດວິນຍານ" ຫມາຍເຖິງຄົນທັງຫນົດ. ແປໄດ້ອີກວ່າ: "ແຕ່ລະຄົນຮູ້ສຶກເຄົາລົບນັບຖືແລະເກງກົວພຣະເຈົ້າ" (ເບິ່ງ: rc://*/ta/man/translate/figs-synecdoche)

ການອັດສະຈັນ ແລະ ຫມາຍສຳຄັນຫລວງຫລາຍທີ່ເຮັດໂດຍພວກອັກຄະສາວົກ

ຄວາມຫມາຍທີ່ເປັນໄປໄດ້ຄື 1) "ພວກອັກຄະສາວົກໄດ້ເຮັດການອັດສະຈັນແລະຫມາຍສຳຄັນຫລາຍຢ່າງ" ຫລື 2) "ພຣະເຈົ້າໄດ້ຊົງເຮັດການອັດສະຈັນແລະຫມາຍສຳຄັນຫລາຍຢ່າງຜ່ານພວກອັກຄະສາວົກ" (ເບິ່ງ: rc://*/ta/man/translate/figs-activepassive)

ສິ່ງອັດສະຈັນແລະຫມາຍສຳຄັນ

"ການກະທຳທີ່ຫນ້າອັດສະຈັນແລະເຫດການເຫນືອທຳມະຊາດ." ເບິ່ງວິທີແປຂໍ້ນີ້ໃນ 2:22.

ຜູ້ທີ່ເຊື່ອທຸກຄົນມາເຕົ້າໂຮມກັນ

ຄວາມຫມາຍທີ່ເປັນໄປໄດ້ຄື 1) "ພວກເຂົາທຸກຄົນເຊື່ອໃນສິ່ງດຽວກັນ" ຫລື 2) "ທຸກຄົນທີເຊື່ອກັນມາຮ່ວມຕົວກັນໃນທີ່ດຽວກັນ"

ມີທຸກສິ່ງຮ່ວມກັນ

"ແບ່ງປັນສິ່ງຂອງຂອງພວກເຂົາກັບອີກຄົນຫນຶ່ງ"

ທີ່ດິນແລະຊັບສິນ

"ທີ່ດິນແລະສິ່ງທີ່ພວກເຂົາເປັນເຈົ້າຂອງ"

ແຈກຢາຍໃຫ້ແກ່ທຸກຄົນ

ທີ່ນີ້ຄຳວ່າ "ພວກມັນ" ຫມາຍເຖິງກຳໄລທີ່ພວກເຂົາໄດ້ມາຈາກການຂາຍທີ່ດິນແລະຊັບສິນຂອງພວກເຂົາ. ແປໄດ້ອີກວ່າ: "ແຈກຢາຍຜົນຕອບແທນໃຫ້ທຸກຄົນ" (ເບິ່ງ: rc://*/ta/man/translate/figs-metonymy)

ຕາມຄວາມຈຳເປັນຂອງທຸກຄົນ

ພວກເຂົາແຈກຢາຍເງິນທີ່ພວກເຂົາໄດ້ຮັບຈາກການຂາຍທີ່ດິນແລະຊັບສິນຂອງພວກເຂົາໃຫ້ແກ່ຜູ້ທີ່ເຊື່ອທີ່ມີຄວາມຕ້ອງການ.