lo_tn/act/02/05.md

3.1 KiB

ຂໍ້ມູນທົ່ວໄປ:

ຂໍ້ທີ 5 ໃຫ້ຂໍ້ມູນພື້ນຖານກ່ຽວກັບຊາວຢິວຈຳນວນຫລວງຫລາຍທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ, ເຊິ່ງຫລາຍຄົນໄດ້ຢູ່ໃນລະຫວ່າງເຫດການນີ້. (ເບິ່ງ: rc://*/ta/man/translate/writing-background)

ຂໍ້ມູນທົ່ວໄປ:

ທີ່ນີ້ຄຳວ່າ "ພວກເຂົາ" ຫມາຍເຖິງບັນດາຜູ້ທີ່ເຊື່ອ; ຄຳວ່າ "ຂອງລາວ" ໝາຍເຖິງແຕ່ລະຄົນໃນຝູງຊົນ.

ຄົນທີ່ຢຳເກງພຣະເຈົ້າ

"ຄົນທີ່ຢຳເກງພຣະເຈົ້າ" ທີ່ນີ້ຫມາຍເຖິງຄົນທີ່ມີຄວາມສັດທາໃນການນະມັດສະການພຣະເຈົ້າແລະພະຍາຍາມເຊື່ອຟັງບັນຍັດຂອງຊາວຢິວທັງຫນົດ.

ທຸກປະເທດທົ່ວພາຍໃຕ້ຟ້າ

"ທຸກປະເທດໃນໂລກ." ນີ້ແມ່ນການເວົ້າເກີນຄວາມຈິງທີ່ເນັ້ນຫນັກວ່າຜູ້ຄົນທີ່ມາຈາກຫລາຍປະເທດ.ແປໄດ້ອີກວ່າ: "ຫລາຍຊາດ" (ເບິ່ງ: rc://*/ta/man/translate/figs-hyperbole)

ເມື່ອໄດ້ຍິນສຽງນີ້

ນີ້ຫມາຍເຖິງສຽງທີ່ຄ້າຍຄືກັບລົມແຮງ. ແປໄດ້ອີກວ່າ: "ເມື່ອພວກເຂົາໄດ້ຍິນສຽງນີ້" (ເບິ່ງ: rc://*/ta/man/translate/figs-activepassive)

ຝູງຊົນ

"ຜູ້ຄົນຈຳນວນຫລວງຫລາຍ"

ພວກເຂົາອັດສະຈັນໃຈ ແລະ ປະຫລາດໃຈ

ຄຳສອງຄຳນີ້ມີຄວາມຫມາຍຄ້າຍຄືກັນ. ຮ່ວມກັນເຂົາເຈົ້າເນັ້ນຫນັກເຖິງຄວາມເຂັ້ມຂົ້ນຂອງຄວາມປະຫລາດໃຈ. ແປໄດ້ອີກວ່າ: "ພວກເຂົາປະຫລາດໃຈຫລາຍ" (ເບິ່ງ: rc://*/ta/man/translate/figs-doublet)

"ເປັນຄວາມຈິງບໍ່, ຄົນທີ່ກຳລັງເວົ້າບໍ່ໄດ້ແມ່ນຊາວຄາລີເລກັນທຸກຄົນ?

ປະຊາຊົນຖາມຄຳຖາມນີ້ເພື່ອສະແດງຄວາມປະຫລາດໃຈ. ຄຳ ຖາມດັ່ງກ່າວສາມາດປ່ຽນເປັນຄຳບັນຍາຍໄດ້. ແປໄດອີກວ່າ: "ຊາວຄາລີເລທັງຫມົດນີ້ບໍ່ສາມາດຮູ້ພາສາຂອງພວກເຮົາໄດ້!" (ເບິ່ງ: [[rc:///ta/man/translate/figs-rquestion]] and [[rc:///ta/man/translate/figs-exclamations]])