lo_tn/act/02/01.md

3.4 KiB

ຂໍ້ມູນທົ່ວໄປ:

ນີ້ແມ່ນເຫດການໃຫມ່; ຕອນນີ້ເປັນວັນເພັນເຕຄໍສະເຕ, ຫ້າສິບວັນຫລັງຈາກເຫດການປັດສະຄາ.

ຂໍ້ມູນທົ່ວໄປ:

ທີ່ນີ້ຄຳວ່າ "ພວກເຂົາ" ຫມາຍເຖິງອັກຄະສາວົກແລະຜູ້ທີ່ເຊື່ອອີກຮ້ອຍຊາວຄົນທີ່ລູກາກ່າວເຖິງໃນ 1:15.

ທັນໃດນັ້ນ

ຄຳນີ້ຫມາຍເຖິງເຫດການທີ່ເກີດຂື້ນໂດຍບໍ່ຄາດຄິດ.

ມີສຽງມາຈາກຟ້າສະຫວັນ

ຄວາມຫມາຍທີ່ເປັນໄປໄດ້ຄື 1) "ສະຫວັນ" ຫມາຍເຖິງສະຖານທີ່ທີ່ພຣະເຈົ້າຊົງອາໄສຢູ່. ແປໄດ້ອີກວ່າ: "ສຽງມາຈາກຟ້າສະຫວັນ" ຫລື 2) "ສະຫວັນ" ຫມາຍເຖິງທ້ອງຟ້າ. ແປໄດ້ອີກວ່າ: "ສຽງມາຈາກຟາກຟ້າ"

ສຽງຄ້າຍຄືກັບພາຍຸແຮງກ້າ

"ສຽງທີ່ດັງຄ້າຍຄືລົມພັດແຮງ"

ທົ່ວທັງເຮືອນ

ນີ້ອາດຈະແມ່ນເຮືອນຫລືອາຄານຂະຫນາດໃຫຍ່

ມີໄຟລັກສະນະຄືກັບລີ້ນປະກົດແກ່ພວກເຂົາ

ສິ່ງເຫລົ່ນີ້ອາດບໍ່ແມ່ນລີ້ນຫລືໄຟແທ້, ແຕ່ບາງສິ່ງບາງຢ່າງທີ່ຄ້າຍຄືກັບພວກມັນ. ຄວາມຫມາຍທີ່ເປັນໄປໄດ້ຄື 1) ລີ້ນທີ່ມີລັກສະນະຄ້າຍຄືກັບໄຟ ຫລື 2) ແປວໄຟນ້ອຍໆທີ່ມີລັກສະນະຄ້າຍຄືກັບລີ້ນ. ເມື່ອມີໄຟລຸກຂື້ນໄຫມ້ຢູ່ໃນພື້ນທີ່ນ້ອຍໆເຊັ່ນວ່າຢູ່ໂຄມໄຟ, ແປວໄຟສາມາດເປັນຮູບຄ້າຍຄືກັບລີ້ນ. (ເບິ່ງ: rc://*/ta/man/translate/figs-simile)

ແຜ່ກະຈາຍ, ແລະຢູ່ເທິງພວກເຂົາແຕ່ລະຄົນ

ເຊິ່ງຫມາຍຄວາມວ່າ "ລີ້ນຄ້າຍຄືກັນກັບໄຟ" ໄດ້ແຜ່ກະຈາຍອອກໄປເພື່ອໃຫ້ມີຫນຶ່ງໃນແຕ່ລະຄົນ

ພວກເຂົາທັງຫນົດເຕັມໄປດ້ວຍພຣະວິນຍານບໍຣິສຸດແລະ

ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ໃຊ້ງານຢູ່. ແປໄດ້ອີກວ່າ: "ພຣະວິນຍານບໍລິສຸດເຕັມໄປດ້ວຍບັນດາຜູ້ທີ່ຢູ່ທີ່ນັ້ນແລະພວກເຂົາ" (ເບິ່ງ: rc://*/ta/man/translate/figs-activepassive)

ເວົ້າພາສາອື່ນໆ

ພາສາເຫລົ່ານີ້ທີ່ພວກເຂົາບໍ່ໄດ້ຮູ້ມາກ່ອນ.