lo_tn/act/01/01.md

2.4 KiB

ຂໍ້ມູນເຊື່ອມຕໍ່:

ລູກາໄດ້ອະທິບາຍວ່າເປັນຫຍັງລາວຈຶ່ງຂຽນຫນັງສືເຖິງໂອຟີໂລ.

ຫນັງສືທີ່ຂ້າພະເຈົ້າໄດ້ຂຽນກ່ອນຫນ້ານີ້

ຫນັງສືກ່ອນຫນ້ານີ້ແມ່ນຂ່າວປະເສີດຂອງລູກາ.

ໂອຟີໂລ

ລູກາໄດ້ຂຽນຫນັງສືເຫລັ້ມນີ້ໃຫ້ກັບຊາຍຊື່ໂອຟີໂລ. ການແປບາງຢ່າງເປັນໄປຕາມວັດທະນະທຳຂອງພວກເຂົາໃນການຂຽນຈົດຫມາຍ ແລະ ຂຽນ "ຮຽນ ໂອຟີໂລ" ໃນຕອນຕົ້ນຂອງປະໂຫຍກ. ໂອຟີໂລຫມາຍເຖິງ "ເພື່ອນຂອງພຣະເຈົ້າ" (ເບິ່ງ: rc://*/ta/man/translate/translate-names)

ຈົນເຖິງມື້ທີ່ພຣະອົງໄດ້ຮັບ

ນີ້ຫມາຍເຖິງການສະເດັດຂື້ນໄປສູ່ສະຫວັນຂອງພຣະເຢຊູເທິງສະຫວັນ. ແປໄດ້ອີກວ່າ: "ຈົນເຖິງມື້ທີ່ພຣະເຈົ້າພາພຣະອົງຂື້ນໄປເທິງສະຫວັນ" ຫລື "ຈົນເຖິງມື້ທີ່ພຣະອົງຂື້ນສູ່ສະຫວັນ" (ເບິ່ງ: rc://*/ta/man/translate/figs-activepassive)

ສັ່ງຜ່ານທາງພຣະວິນຍານບໍຣິສຸດ

ພຣະເຢຊູໄດ້ກ່າວສັ່ງຜ່ານພຣະວິນຍານບໍຣິສຸດໃຫ້ສອນບັນດາອັກຄະສາວົກກ່ຽວກັບບາງສິ່ງ.

ຫລັງຈາກທີ່ພຣະອົງທໍລະມານ

ນີ້ຫມາຍເຖິງຄວາມທຸກທໍລະມານ ແລະ ຄວາມຕາຍຂອງພຣະເຢຊູເທິງໄມ້ກາງແຂນ

ພຣະອົງປະກົດຊີວິດໃຫ້ກັບພວກເຂົາ

ພຣະເຢຊູຊົງປະກົດຕົວຕໍ່ຫນ້າອັກຄະສາວົກ ແລະ ສາວົກຄົນອື່ນໆອີກ