lo_tn/3jn/01/11.md

40 lines
3.4 KiB
Markdown

# ຂໍ້ມູນທົ່ວໄປ
ໃນນີ້ຄໍາວ່າ "ພວກເຮົາ" ຫມາຍເຖິງ ໂຢຮັນ ແລະ ຜູ້ທີ່ຢູ່ກັບລາວ ແລະ ບໍ່ລວມເອົາ ຄາໂຢ. (ເບິ່ງ: [[rc://*/ta/man/translate/figs-exclusive]])
# ທ່ານທີ່ຮັກເອີຍ
ຄໍານີ້ໄດ້ຖືກນຳໃຊ້ເປັນຄຳສັບແຫ່ງຄວາມຮັກ ທີ່ມີຕໍ່ບັນດາພີ່ນ້ອງຮ່ວມຄວາມເຊື່ອ.
# ຢ່າເອົາການຊົ່ວຮ້າຍເປັນແບບຢ່າງ
"ຢ່າຮຽນເເບບໃນສິ່ງທີ່ຊົ່ວຮ້າຍທີ່ຜູ້ຄົນກະທໍາຢູ່".
# ແຕ່ຈົ່ງເອົາການດີງາມ
ມີຄຳເວົ້າທີ່ຍັງຂາດຫາຍແຕ່ວ່າພວກເຂົາເຂົ້າໃຈ. ອາດເເປອີກຢ່າງວ່າ: "ແຕ່ຮຽນແບບສິ່ງທີ່ດີທີ່ຄົນເຮົາເຮັດ". (ເບິ່ງ: [[rc://*/ta/man/translate/figs-ellipsis]])
# ເປັນຂອງພຣະເຈົ້າ
"ເປັນຂອງພຣະເຈົ້າ".
# ບໍ່ໄດ້ເຫັນພຣະເຈົ້າ
"ບໍ່ແມ່ນຂອງພຣະເຈົ້າ" ຫລື "ບໍ່ເຊື່ອໃນພຣະເຈົ້າ".
# ເດເມທິໂອນັ້ນ ທຸກຄົນກໍເປັນພະຍານ
"ເປັນ​ຄຳ​ເວົ້າ​ທີ່​ໃຊ້​ງານ​ຢູ່​ເວ​ລານີ້. ອາດ​ແປ​ອີກ​ໄດ້​ວ່າ: ທຸກຄົນທີ່ຮູ້ຈັກ ເດເມທິໂອເປັນພະຍານເຖິງລາວ" ຫລື "ທຸກໆຄົນທີ່ເຊື່ອ ເດເມທິໂອ ເວົ້າເຖິງລາວໃນສິ່ງທີ່ດີ". (ເບິ່ງ: [[rc://*/ta/man/translate/figs-activepassive]])
# ເດເມທິໂອ
ນີ້ແມ່ນຜູ້ຊາຍທີ່ໂຢຮັນຢາກໃຫ້ຄາໂຢ ແລະ ຄຣິດຕະຈັກຕ້ອນຮັບເມື່ອລາວເດີນທາງມາຢ້ຽມຢາມ. (ເບິ່ງ: [[rc://*/ta/man/translate/translate-names]])
# ຄວາມຈິງເອງ
ແລະ ຄວາມຈິງນັ້ນເອງທີ່ເຮັດໃຫ້ຮູ້ເຖິງຄວາມດີຂອງລາວ. ຕໍ່ໄປນີ້ "ຄວາມຈິງ" ແມ່ນໄດ້ອະທິບາຍວ່າເປັນເຫມືອນຄົນເວົ້າ. ອາດເເປອີກຢ່າງວ່າ: "ແລະ ທຸກຄົນທີ່ຮູ້ຄວາມຈິງກໍ່ຮູ້ວ່າລາວເປັນຄົນດີ". (ເບິ່ງ: [[rc://*/ta/man/translate/figs-personification]] and [[rc://*/ta/man/translate/figs-explicit]])
# ຝ່າຍຂ້າພະເຈົ້າກໍເປັນພະຍານເໝືອນກັນ
ສາມາດລະບຸໃຫ້ຊັັດເຈນ ເເລະ ເຈາະຈົງໄດ້ວ່າໂຢຮັນກໍາລັງເວົ້າເຖິງໃຜ. ອາດເເປອີກຢ່າງວ່າ: "ພວກເຮົາຍັງເວົ້າດີກັບ ເດເມທິໂອ". (ເບິ່ງ: [[rc://*/ta/man/translate/figs-ellipsis]])