lo_tn/2ti/04/06.md

5.7 KiB

ເພາະຂ້ານ້ອຍກຳລັງຖືກເທອອກ

ໂປໂລ ເວົ້າເຖີງຄວາມພອ້ມໃນການຕາຍຂອງທ່ານ ເຫມືອນ ກັບແກ້ວເຫລົ້າອາງຸ່ນແກ້ວຫນຶ່ງ ທີ່ພອ້ມຈະຖອກອອກມາເປັນເຄື່ອງບູຊາແດ່ພຣະເຈົ້າ(ເບິ່ງ: rc://*/ta/man/translate/figs-metaphor)

ເວລາທີ່ຕອ້ງຈາກໄປມາເຖີງແລ້ວ.

ໃນທີ່ນີ້ຄຳວ່າ "ຈາກໄປ" ຫມາຍເຖີງການຕາຍ ຫລື ສາມາດແປໄດ້ອີກຢ່າງວ່າ:"ຂ້າະນ້ອຍຈະຕາຍ ແລະຈາກໂລກນີ້ໄປ ໃນບໍ່ຊ້າແລ້ວ(UDB) (ເບິ່ງ: rc://*/ta/man/translate/figs-euphemism)

ຂ້ານ້ອຍໄດ້ແຂ່ງຂັນຢ່າງດີຈົນສຳເລັດ.

ໂປໂລ ເວົ້າເຖີງຊີວິດການຮັບໃຊ້ທີ່ຫນັກ ຂອງເພິ່ນເຫມືອນກັບວ່າທ່ານເປັນນັກແລ່ນ ທີ່ກຳລັງແຂ່ງຂັນເພື່ອລາງວັນ ຫລື ສາມາດແປໄດ້ອີກຢ່າງວ່າ:"ຂ້ານ້ອຍໄດ້ທຳດີທີີ່ສຸດແລ້ວ"(ເບິ່ງ: rc://*/ta/man/translate/figs-metaphor)

ຂ້ານ້ອຍແລ່ນຈົນເຖີງເສັ້ນໄຊ

ໂປໂລ ເວົ້າເຖີງຊີວິດການຮັບໃຊ້ພຣະເຈົ້າ ເຫມືອນກັບວ່າເພິ່ນກຳລັງແລ່ນແຂ່ງດ້ວຍຕີນ ຫລືສາມາດແປໄດ້ອີກຢ່າງ ວ່າ:ຂ້ານ້ອຍໄດ້ເຮັດສຳເລັດໃນສິ່ງທີ່ຂ້ານ້ອຍຈຳເປັນຕອ້ງເຮັດແລ້ວ"(ເບິ່ງ: rc://*/ta/man/translate/figs-metaphor)

ຂ້ານ້ອຍຮັກສາຄວາມເຊື່ອຈົນເຖີງທີ່ສຸດ

ໂປໂລ ເວົ້າເຖີງຄວາມເຊື່ອຫມັ້ນ ໃນພຣະຄຣິດແລະການເຊື່ອຟັງພຣະເຈົ້າ ເຫມືອນກັບວ່າມັນເປັນສິ່ງຂອງທີ່ມີຄ່າເພິ່ນເກັບໃວ້ເປັນສັບສົມບັດຂອງເພິ່ນ ຄວາມຫມາຍທີ່ເປັນໄປໄດ້ທີ1)"ຂ້ານ້ອຍໄດ້ສັດຊື່ໃນການເຮັດພັນທະກິດ"(UDB)ຫລື2)"ຂ້ານ້ອຍໄດ້ຮັກສາຄວາມເຊື່ອກ່ຽວກັບສິ່ງທີ່ພວກເຮົາເຊື່ອ ອອກຈາກຄວາມເຊື່ອທີ່ຜິດໆ"(ເບິ່ງ: rc://*/ta/man/translate/figs-metaphor)

ມົງກຸດແຫ່ງຄວາມຊອບທຳໄດ້ຖືກຕຽມໃວ້ໃຫ້ກັບຂ້ານ້ອຍ.

ສາມາດເປັນປະໂຫຍກທີ່ໃຊ້ປະທານເປັນຜູ້ກະທຳ ຫລື ສາມາດແປໄດ້ອີກຢ່າງ:"ພຣະເຈົ້າໄດ້ຕຽມກຸດແຫ່ງຄວາມຊອບທຳໃວ້ສຳຫລັບຂ້ານ້ອຍແລ້ວ"( ເບິ່ງ: rc://*/ta/man/translate/figs-activepassive)

ມົງກຸດແຫ່ງຄວາມຊອບທຳ

ຄວາມຫມາຍທີ່ເປັນໄປໄດ້ທີ1)"ມົງກຸດນີ້ເປັນລາງວັນທີ່ພຣະເຈົ້າໃຫ້ກັບຄົນທີ່ໄດ້ດຳເນີນຊີວິດຊອບທຳ"(UDB) ຫລື2)"ມົງກຸດປຽບເຖີງຄວາມຊອບທຳ ເຊັ່ນດຽວກັບຜູ້ຕັດສິນຂອງການແຂ່ງຂັນມອບລາງວັນແດ່ຜູ້ຊະນະ ເມື່ອໂປໂລ ສີ້ນຊີວິດລົງ ພຣະເຈົ້າຈະປ່າວປະກາດວ່າ ໂປໂລ ເປັນຜູ້ຊອບທຳ"( ເບິ່ງ: rc://*/ta/man/translate/figs-metaphor)

ມົງກຸດ

ມົງກຸດດອກໃມ້ທີ່ເຮັດມາຈາກໃບຂອງຕົ້ນລໍເຣີ ຊຶ່ງເປັນຕົ້ນໃມ້ແຫ່ງກຽດຕິຍົດໄດ້ຖືກມອບໃວ້ໃຫ້ຜູ້ຊະນະໃນການແຂ່ງຂັນກິລາ

ໃນວັນນັ້ນ

"ໃນວັນນັ້ນ ເມື່ອພຣະເຈົ້າສະເດັດລົງມາອີກຄັ້ງ" ຫລື"ໃນວັນນັ້ນເມື່ອພຣະເຈົ້າຈະພິພາກສາມະນຸດ"

ແຕ່ສຳຫລັບຄົນທັງຫລາຍ ທີ່ຮັກໃນການປະກົດຂອງພຣະອົງດວ້ຍ.

ໂປໂລ ໄດ້ເວົ້າເຖີງເຫດການນີ້ ເຫມືອນກັບວ່າມັນໄດ້ເກີດຂື້ນແລ້ວ ອາດແປເປັນການລະບຸເຖີງເຫດການໃນອະນາຄົດ ຫລື ສາມາດແປໄດ້ອີກຢ່າງ:"ແຕ່ພຣະເຈົ້າຈະຊົງປະທານ ມົງກຸດໃຫ້ກັັບຜູ້ທີ່ ລໍຖ້າການສະເດັດກັບມາຂອງພຣະເຈົ້າຢ່າງຮອ້ນຮົນ"(ເບິ່ງ: rc://*/ta/man/translate/figs-pastforfuture)