lo_tn/2ti/04/03.md

4.5 KiB

ເພາະເວລານັ້ນຈະມາເຖີງເມື່ອ

"ເພາະໃນບາງເວລາໃນອະນາຄົດ"

ຄົນ

ບໍລິບົດນີ້ໄດ້ສະແດງໃຫ້ເຫັັນວ່າ ຄົນເຫລົ່ານີ້ ຈະເປັນຄົນທີ່ເປັນສ່ວນຫນຶ່ງ ຂອງຊຸມຊົນຂອງຜູ້ເຊື່ອ

ເມື່ອຄົນບໍ່ທົນຟັງຄຳສອນທີ່ດີ

"ພວກເຂົາຈະບໍ່ຢາກຈະໄດ້ຍິນຄຳສອນອີກ"

ຟັງຄຳສອນ

ນີ້ຫມາຍເຖີງຄຳສອນທີ່ເປັນຄວາມຈິງ ແລະຖືກຕອ້ງຕາມ ພຣະຄຳຂອງພຣະເຈົ້າ

ເຂົາຈະລວບລວມຄຳສອນໃວ້ ເພື່ອເຮັດຕາມຄວາມ ປາດຖະຫນາຂອງເຂົາ

ໂປໂລ ເວົ້າເຖີງຄົນທີ່ຍອມຮັບອາຈານສອນ ເຫມືອນກັບວ່າກຳລັງວາງພວກເຂົາເປັນກອງ ຫລື ລວມກອງກັນໃວ້ ຫລືສາມາດແປໄດ້ອີກຢ່າງ:"ພວກເຂົາຈະຟັງເຫລົ່າອາຈານທີ່ສອນພວກເຂົາວ່າ ເມືອເຮັດຄວາມບາບນັ້ນບໍ່ມີຄວາມຜິດ"(ເບິ່ງ: rc://*/ta/man/translate/figs-metaphor)

ເພື່ອບັນເທົາອາການຄັນຫູຂອງພວກເຂົາເອງ

ນີ້ເປັນສຳນວນຫນຶ່ງ ທີ່ຫມາຍເຖີງວ່າ ຄົນຈະມີຄວາມສຸກໃນການຟັງຄຳສອນໃຫມ່ ແລະທີ່ແຕກຕ່າງອອກໄປ ຫລືສາມາດແປໄດ້ອີກຢ່່າງ:"ດ້ວຍວິທີນີ້ ພວກເຂົາຈະເບິ່ງຫາສິ່ງໃຫມ່ໆ ແລະສິ່ງທີ່ແຕກຕ່າງ ຈາກເດີມເພື່ອຮຽນຮູ້"(ເບິິ່່່ງ: rc://*/ta/man/translate/figs-idiom)

ພວກເຂົາຈະຫັນໄປຈາກຄວາາມຈິງ

ໂປໂລ ເວົ້າເຖີງຄົນທີ່ບໍ່ເອົາໃຈໃສ່ ດັ່ງເຊັ່ນຄົນທີ່ຫັນຫລັງ ແລະບໍ່ສາມາດໄດ້ຍິນຫຍັງເລີຍ ຫລື ແປໄດ້ອີກຢ່າງວ່າ ພວກເຂົາບໍ່ເອົາໃຈໃສ່ຕໍ່ຄວາມຈິງອີກແລ້ວ(ເບິ່ງ: rc://*/ta/man/translate/figs-metaphor)

ພວກເຂົາສົນໃຈນິຍາຍທີ່ບໍ່ມີປະໂຫຍດ

ໂປໂລ ເວົ້າເຖີງຄົນທີ່ເອົາໃຈໃສ່ຕໍ່ນິຍາຍທີ່ບໍ່ເປັນປະໂຫຍດ ດັ່ງເຊັ່ນຄົນທີ່ຫັນຕົວໄປຫາເລື້ອງທີ່ບໍ່ມີຄວາມຈິງ ຫລືສາມາດແປໄດ້ອີກຢ່າງວ່າ ພວກເຂົາໃສ່ໃຈຕໍ່ຄຳສອນທີ່ບໍ່ເປັນຄວາມຈິງ(ເບິ່ງ: rc://*/ta/man/translate/figs-metaphor)

ຈົ່ງມີຄວາມຄິດທີ່ຮອບຄອບ

ໃສ່ໃຈ ໂປໂລ ປາຖະຫນາໃຫ້ຜູ້ອ່ານຂອງເຂົາຄິດຢ່າງຮອບຄອບໃນສິ່ງ ແລະທ່ານເວົ້າເຖີງພວກເຂົາ ເຫມືອນກັບວ່າທ່ານຢາກໃຫ້ພວກເຂົາເປັນຄົນຮອບຄອບ ຄືການບໍ່ເມົາຈາກການດື່ມເຫລົ້າອາງຸ່ນ ຫລືສາມາດແປໄດ້ອີກຢ່າງວ່າ ຄິດຢ່າງຮອບຄອບ(ເບິ່ງ: rc://*/ta/man/translate/figs-metaphor)

ຫນາ້ທີ່ຂອງຜູ້ປະກາດຂ່າວປະເສີດ

ນີ້ຫມາຍເຖີງການບອກກັບຄົນອື່ນວ່າ ພຣະເຢຊູຄືຜູ້ໃດ ພຣະອົງໄດ້ຊົງເຮັດຫຍັງເພື່ອມະນຸດແລະຈະດຳເນີນຊີວິດຢູ່ເພື່ອພຣະອົງໄດ້ຢ່າງໃດ.