lo_tn/2ti/02/22.md

5.4 KiB

ຈົ່ງຫລີກຫນີຈາກຣາຄະຕັນຫາຂອງຄົນຫນຸ່ມສາວ

ໂປໂລ ເວົ້າເຖີງຣາຄະຕັນຫາຂອງຄົນຫນຸ່ມສາວ ເຫມືອນກັບວ່າມັນເປັນຄົນຫລື ສັດອັນຕະລາຍທີ່ ຕີໂມທຽວ ຕ້ອງຫລີກຫນີ ຫລື ສາມາດແປໄດ້ອີກຢ່າງວ່າ:"ໃຫ້ຫລີກລ້ຽງຢ່າງສີ້ນເຊີງ ຕໍ່ຣາຄະຕັນຫາຂອງຄົນຫນຸ່ມສາວ "ຫລື"ໃຫ້ປະຕິເສດຢ່າງເດັດຂາດກັບສິ່ງທີ່ບໍ່ຖືກຕ້ອງ ທີ່ຄົນຫນຸ່ມສາວປາດຖະຫນາຈະເຮັດຢ່າງຫລາຍ"(ເບິ່ງ: rc://*/ta/man/translate/figs-metaphor)

ຈົ່ງຢຶດເອົາຄວາມຊອບທຳ

ຄຳວ່າ "ສະແຫວງຫາ"ໃນທີ່ນີ້ ມີຄວາມຫມາຍຕົງກັນຂ້າມກັບຄຳວ່າ"ຫນີ"ໂປໂລ ເວົ້າເຖີງຄວາມຊອບທຳ ເຫມືອນກັບວ່າມັນເປັນສິ່ງຂອງທີ່ຈະເຮັດໃຫ້ ຕີໂມທຽວ ດີ ດັ່ງນັ້ນ ຕີໂມທຽວ ຕ້ອງແລ່ນໄຫລ່ຕາມ ຄວາມຊອບທຳນັ້ນ ຫລື ສາມາດ ແປໄດ້ອີກຢ່າງວ່າ:"ໃຫ້ພະຍາຍາມຢ່າງເຕັມທີ່ເພື່ອໃຫ້ໄດ້ຮັບຄວາມຊອບທຳ"ຫລື"ສະແຫວງຫາຄວາມຊອບທຳ"(ເບິ່ງ: rc://*/ta/man/translate/figs-metaphor)

ພອ້ມກັບຄົນເຫລົ່ານັ້ນ.

ຄວາມຫມາຍທີ່ເປັນໄປໄດ້ທີ1) ໂປໂລ ປາຖະຫນາໃຫ້ ຕີໂມທຽວ ເຂົ້າຮ່ວມກັບຜູ້ເຊື່ອຄົນອື່ນ ໃນການສະແຫວງຫາຄວາມຊອບທຳ, ຄວາມເຊື່ອ,ຄວາມຮັກ,ແລະສັນຕິສຸກ.ຫລື2) ໂປໂລ ປາດທະຫນາໃຫ້ ຕີໂມທຽວ ມີສັນຕິສຸກ ແລະບໍ່ໃຫ້ໂຕ້ຖຽງກັນກັບຜູ້ເຊື່ອຄົນອື່ນໆ.

ຄົນເຫລົ່ານັ້ນທີ່ເອີ້ນຫາອົງພຣະຜູ້ເປັນເຈົ້າ.

ໃນທີ່ນີ້"ເອີ້ນຫາອົງພຣະຜູ້ເປັນເຈົ້າ"ເປັນສຳນວນທີ່ຫມາຍເຖີງ ການໃວ້ວາງໃຈ ແລະນະມັດສະການພຣະເຈົ້າ ຫລືສາມາດແປໄດ້ອີກຢ່າງວ່າ:"ຄົນເຫລົ່ານັ້ນທີ່ນະມັດສະການພຣະເຈົ້າ"(ເບິ່ງ: rc://*/ta/man/translate/figs-idiom)

ດວ້ຍຫົວທີ່ໃຈບໍລິສຸດ

ໂປໂລ ເວົ້າເຖີງເຫດຜົນຂອງຄົນໃນການເອີ້ນຫາພຣະເຈົ້າ ເຫມືອນກັບວ່າມັນເປັນອາລົມ ທີ່ສຳພັດໄດ້ ຫລື ເປັນສິ່ງທີ່ອອກມາຈາກຫົວໃຈຂອງເຂົາ ຫລື ສາມາດແປໄດ້ອີກຢ່າງວ່າ:"ດວ້ຍແຮງຈູງໃຈທີ່ຈິງໃຈ"ຫລື"ດວ້ຍເຫດຜົນທີ່ດີ." (ເບິ່ງ:fiigs_metaphor)

ດວ້ຍຫົວໃຈທີ່ບໍລີສຸດ

ໂປໂລ ເວົ້າເຖີງເຫດຜົນທີ່ດີໃນການເຮັດບາງສິ່ງ ເຫມືອນກັບວ່າ ເຮັດອອກຈາກຫົວໃຈທີ່ບໍລິສຸດຢ່າງແທ້ຈິງ .(ເບິ່ງ: rc://*/ta/man/translate/figs-metaphor)

ຈົ່ງປະຕິເສດຄຳຖາມທີ່ໂງ່ຈ້າ ແລະຂາດຄວາມຮູ້.

"ຈົ່ງປະຕິເສດການຕອບຄຳຖາມທີ່ໂງ່ຈ້າ ແລະຂາດຄວາມຮູ້" ໂປໂລ ຫມາຍເຖີງການຖາມຄຳຖາມເຫລົ່ານີ້ເປັນຄົນໂງ່ຈ້າ ແລະຂາດຄວາມຮູ້ ຫລື ສາມາດແປໄດ້ອີກຢ່າງວ່າ:"ໃຫ້ປະຕິເສດການຕອບຄຳຖາມທີ່ໂງ່ຈ້າ ແລະຄົນທີ່ຖາມທີ່ບໍ່ຢາກຮູ້ຄວາມຈິງ"(ເບິ່ງ: rc://*/ta/man/translate/figs-metonymy)

ກໍ່ໃຫ້ເກີດການຖົກຖຽງກັນ.

ໂປໂລ ເວົ້າເຖີງຄຳຖາມທີ່ຂາດຄວາມຮູ້ ເຫມືອນກັບວ່າ ຄຳຖາມເຫລົ່ານີ້ ເປັນເຫມືອນກັບການໃຫ້ເກີດລູກຂອງຜູ້ຍິງ ຫລື ສາມາດແປໄດ້ອີກຢ່າງວ່າ:"ຄຳຖາມທີ່ຂາດຄວາມຮູ້ເຮັດໃຫ້ເກີດການຖົກຖຽງກັນ.(ເບິ່ງ: rc://*/ta/man/translate/figs-metaphor)