lo_tn/2ti/02/19.md

7.7 KiB

ຂໍ້ມູນທົ່ວໄປ

ເຊັ່ນດຽວກັບເຄື່ອງໃຊ້ທີ່ມີຄ່າ ແລະເຄື່ອງໃຊ້ທຳມະດາ ທີ່ສາມາດໃຊ້ສະແດງຖານະໃນເຮືອນຂອງຄົນຮັ່ງມີ ຄົນທີ່ກັບມາຫາພຣະເຈົ້າ ພຣະອົງກໍຊົງໃຊ້ເຂົາໃນທາງຊຶ່ງມີກຽດໃນການເຮັດວຽກທີ່ມີຄ່າ(ເບິ່ງ: rc://*/ta/man/translate/figs-metaphor)

ຮາກຖານທີ່ຫມັ້ນຄົງຂອງພຣະເຈົ້າກໍຕັ້ງຢູ່

ຄວາມຫມາຍທີ່ເປັນໄປໄດ້ທີ1)"ຄວາມໃວ້ວາງໃຈໃນພຣະເຈົ້າເປັນເຫມືອນກັບຮາກຖານທີ່ຫມັ້ນຄົງ"ຫລື2)"ພຣະເຈົ້າໄດ້ສ້າງຄົນຂອງພຣະອົງ ເຫມືອນດັ່ງຕຶກທີ່ຕັ້ງຢູ່ເທິງຮາກຖານທີ່ຫມັ້ນຄົງ"ຫລື3)"ຄວາມສັດຊື່ ຂອງພຣະເຈົ້າເປັນເຫມືອນດັ່ງຮາກຖານທີ່ຫມັ້ນຄົງ"ຫລາຍກໍລະນີ ໂປໂລ ເວົ້າເຖີງແນວຄິດ ນີ້ ເຫມືອນກັບວ່າ ມັນເປັນຮາກຖານຂອງຕຶກ ທີ່ວາງເທິງດິນ (ເບິ່ງ: rc://*/ta/man/translate/figs-metaphor)

ທຸກຄົນທີ່ກ່າວພຣະນາມຂອງອົງພຣະຜູ້ເປັນເຈົ້າ

"ຄົນທ່ີ່ກ່າວນາມຂອງອົງພຣະຜູ້ເປັນເຈົ້າ"ໃນທີ່ນີ້ ຄຳວ່າ " ພຣະນາມຂອງອົງພຣະຜູ້ເປັນເຈົ້າ"ຫມາຍເຖີງຕົວຂອງອົງພຣະຜູ້ເປັນເຈົ້າເອງ ຫລື ສາມາດແປໄດ້ອີກຢ່າງ:"ທຸກຄົນທີ່ພຣະນາມຂອງພຣະເຈົ້າ"ຫລື"ທຸກຄົນທີ່ບອກວ່າເຂົາເປັນຜູ້ເຊື່ອໃນພຣະເຢຊູຄຣິດ"(ເບິ່ງ: rc://*/ta/man/translate/figs-metonymy)

ແຍກຕົວເອງອອກຈາກຄວາມອະທຳ

ໂປໂລ ເວົ້າເຖີງຄວາມອະທຳ ເຫມືອນກັບວ່າ ມັນເປັນສະຖານທີ່ໆເຂົາອາໄສຢູ່ໄດ້ ຫລື ສາມາດແປໄດ້ອີກຢ່າງ: "ບໍ່ເຮັດສິ່ງຊົ່ວຮ້າຍ"ຫລື"ເຊົາເຮັດສິ່ງຜິດໆ"(ເບິ່ງ: rc://*/ta/man/translate/figs-metaphor)

ເຄື່ອງໃຊ້ທີ່ເຮັດດວ້ຍເງິນແລະທອງເທົ່ານັ້ນ ແຕ່ຍັງມີເຄື່ອງໃຊ້ທີ່ເຮັດຈາກໃມ້ແລະດິນຫນຽວ.

ໃນທີ່ນີ້ຄຳວ່່າ"ເຄື່ອງໃຊ້"ເປັນຄຳທົ່ວໄປຂອງຄຳວ່າຖວ້ຍ,ຈານ,ຫລືຫມໍ້ ທີ່ຄົນໃຊ້ໃສ່ອາຫານຫລື ໃສ່ເຄື່ອງດື່ມລົງ ໄປ ຫາກໃນພາສາຂອງທ່ານບໍ່ມີຄຳທົ່ວໄປໃນການເອີ້ນຄຳວ່າ "ຖວ້ຍ"ຫລື"ຫມໍ້"ໂປໂລ ກຳລັງໃຊ້ຄຳປຽບທຽບນີ້ ເພື່ອອະທິບາຍ ຄວາມແຕກຕ່າງຂອງປະເພດຂອງຄົນ(ເບິ່ງ: rc://*/ta/man/translate/figs-metaphor)

ໃຊ້ສຳຫລັບງານທີ່ມີກຽດ ບາງອັນໃຊ້ສຳຫລັບງານທີ່ບໍ່ມີກຽດ

ຄວາມຫມາຍທີ່ເປັນໄດ້ທີ1)"ໂອກາດພິເສດ...ໃນເວລາປົກະຕິ"(UDB)ຫລື2)"ກິດຈະກຳທີ່ຄົນເຮັດກັນໃນທີ່ເປີດເຜີຍ.. ກິດຈະກຳທີ່ຄົນເຮັດໃນທີ່ຫລັບ."

ຊຳລະຕົວຂອງເຂົາຈາກສິ່ງທີ່ບໍ່ມີກຽດ

ຄວາມຫມາຍທີ່ເປັນໄປໄດ້ທີ1)"ແຍກຕົວເຂົາອອກມາຈາກສິ່ງທີ່ບໍ່ມີກຽດ"ຫລື2) "ເຮັດຕົວເອງໃຫ້ບໍລິສຸດ"ບໍ່ວ່າໃນກໍລະນີ ໃດ ໂປໂລ ເວົ້າຂະບວນການນີ້ ເຫມືອນກັບວ່າ ຄົນໆຫນຶ່ງກຳລັງຊຳລະລ້າງຕົວເຂົາ(ເບິ່ງ: rc://*/ta/man/translate/figs-metaphor)

ເຂົາຖືກແຍກອອກຈາກເຄື່ອງມີອື່ນ ເພື່ອເປັນເຄື່ອງມີທີ່ໃຊ້ປະໂຫຍກໄດ້ສຳຫລັບ ອົງເຈົ້ານາຍ ແລະພອ້ມສຳຫລັບການດີ ທຸກຢ່າງ

ນີ້ສາມາດເປັນປະໂຫຍດທີ່ໃຊ້ປະທານເປັນຜູ້ກະທຳ ຫລື ສາມາດແປໄດ້ອີກຢ່າງ:ເຈົ້ານາຍແຍກເຂົາອອກ ແລະເຂົາພອ້ມທີ່ຈະໃຫ້ເຈົ້ານາຍໃຊ້ເຂົາສຳຫລັບເຮັດການດີ"(ເບິ່ງ:( rc://*/ta/man/translate/figs-activepassive))

ເຂົາກໍເປັນເຄື່ອງມືທີ່ມີກຽດ

ໂປໂລ ເວົ້າເຖີງຄົນນີ້ ເຫມືອນກັບວ່າ ທ່ານເປັນເຄື່ອງມີທີ່ມີກຽດ ຫລື ສາມມາດແປໄດ້ອີກຢ່າງ:"ທ່ານເປັນເຄື່ອງມີທີ່ເປັນປະໂຫຍດ ໃນໂອກາດພິເສດ"ຫລື"ເຂົາເປັນເຫມືອນເຄ່ື່ອງມືທີ່ເປັນປະໂຫຍດໃນງານຕ່າງໆ ທີ່ເປັນເຫມືອນຄົນທີ່ດີທີ່ເຮັດໃນທີ່ແຈ້ງ"(ເບິ່ງ: rc://*/ta/man/translate/figs-metaphor)

ເຂົາຖືກແຍກອອກຈາກເຄື່ອງມືອື່ນ ເພື່ອເປັນເຄື່ອງມືທີ່ໃຊ້ປະໂຫຍດໄດ້ ສຳຫລັບອົງເຈົ້ານາຍ ແລະພອ້ມສຳຫລັບການດີ ທຸກຢ່າງ.

ນີ້ສາມາດເປັນປະໂຫຍດທີ່ໃຊ້ປະທານເປັນຜູ້ກະທຳ ຫລື ສາມາດແປໄດ້ອີກຢ່າງ:"ເຈົ້ານາຍແຍກເຂົາອອກ ແລະເຂົາພອ້ມ ທີ່ຈະໃຫ້ເຈົ້ານາຍໃຊ້ເຂົາສຳຫລັບການດີ."(ເບິ່ງ rc://*/ta/man/translate/figs-activepassive)

ເຂົາຈະແຍກອອກ.

ເຂົາບໍ່ໄດ້ຖືກແຍກອອກທາງເນື້ອຫນັງ ຫລື ໃນຮູບແບບຂອງສະຖານທີ່ ແຕ່ເພື່ອເຮັດຕາມວັດຖຸປະສົງ ບາງສະບັບແປໄດ້ວ່າ"ການຊຳລະໃຫ້ບໍລິສຸດ"ແຕ່ຂໍ້ຄວາມສັນຍາເຖີງຄວາມສຳຄັນຂອງຄວາມຄິດຂອງການແຍກອອກ(ເບິ່ງ: rc://*/ta/man/translate/figs-metaphor)