lo_tn/2th/02/13.md

4.7 KiB

ຂໍ້ມູນເຊື່ອມຕໍ່:

ຂະນະນີ້ໂປໂລໄດ້ປ່ຽນຫົວຂໍ້.

ຂໍ້ມູນທົ່ວໄປ:

ໂປໂລໂມທະນາຂອບພຣະຄຸນພຣະເຈົ້າສໍາລັບຜູ້ທີ່ເຊື່ອ ເເລະ ຫນູນໃຈພວກເຂົາ.

ເເຕ່

ໃນນີ້ໂປໂລໃຊ້ຄໍານີ້ເພື່ອເປັນເຄື່ອງຫມາຍໃນການປ່ຽນຫົວເລື່ອງ.

ພວກເຮົາຄວນ

ໃນທີ່ນີ້ "ພວກເຮົາ" ຫມາຍເຖິງ ໂປໂລ, ຊີລາ ເເລະ ຕີໂມທຽວ.

ພວກເຮົາຄວນໂມທະນາຂອບພຣະຄຸນພຣະເຈົ້າສະເຫມີ

ນີ້ເເມ່ນຄໍາເວົ້າເກີນຄວາມຈິງ. ເເປອີກຢ່າງວ່າ: "ເຮົາຄວນໂມທະນາຂອບພຣະຄຸນພຣະເຈົ້າຢ່າງຕໍ່ເນື່ອງ" (ເບິ່ງ: rc://*/ta/man/translate/figs-hyperbole)

ອ້າຍນ້ອງ

ໃນນີ້ "ອ້າຍນ້ອງ" ຫມາຍເຖິງ ພີ່ນ້ອງຄຣິສະຕຽນທັງຫລາຍ, ຊຶ່ງລວມທັງຜູ້ຊາຍ ເເລະ ເເມ່ຍິງ. ເເປອີກຢ່າງວ່າ: "ພີ່ນ້ອງຊາຍ ເເລະ ຍິງ" (ເບິ່ງ: rc://*/ta/man/translate/figs-gendernotations)

ອ້າຍນ້ອງຜູ້ເປັນທີ່ຮັກຂອງອົງພຣະຜູ້ເປັນເຈົ້າ

ປະໂຫຍກນີ້ເປັນປະໂຫຍກທີ່​ໃຊ້​ງານ​ຢູ່​ເວ​ລານີ້. ອາດເເປອີກຢ່າງວ່າ: "ເພາະວ່າພຣະເຈົ້າຮັກເຈົ້າ ພີ່ນ້ອງທັງຫລາຍເອີຍ" (ເບິ່ງ: rc://*/ta/man/translate/figs-activepassive)

ໃນຖານະທີ່ເປັນຜົນແລກແຫ່ງຄວາມລອດພົ້ນ

"ເພື່ອທີ່ຈະເປັນກຸ່ມຄົນທຳອິດທີ່ເຊື່ອໃນພຣະເຢຊູ ແລະ ໄດ້ຮັບຄວາມລອດພົ້ນ".

ໃນການຊໍາຣະໃຫ້ບໍຣິສຸດຂອງພຣະວິນຍານ

"ເເລະ ເພື່ອທີ່ຈະເເຍກຕົວທ່ານສໍາລັບພຣະອົງໂດຍພຣະວິນຍານຂອງພຣະອົງເອງ".

ການເຊື່ອໃນຄວາມຈິງ

"ໄວ້ວາງໃຈໃນຄວາມຈິງ" ຫລື "ຫມັ້ນໃຈໃນຄວາມຈິງ".

ດັ່ງນັ້ນ, ພີ່ນ້ອງທັງຫລາຍ ຈົ່ງຕັ້ງຫມັ້ນຄົງຢູ່

ໂປໂລຕັກເຕືອນຜູ້ທີ່ເຊື່ອໃຫ້ຍຶດຖືຄວາມເຊື່ອໃນພຣະເຢຊູໄວ້ໃຫ້ຫມັ້ນ.

ຍຶດຖືເອົາຄວາມຈິງ

ໃນນີ້ຄໍາວ່າ "ຄວາມຈິງ" ຫມາຍເຖິງ ຄວາມຈິງໃນພຣະຄຣິດ ທີ່ໂປໂລ ເເລະ ອັກຄະສາວົກໄດ້ສອນໄວ້. ໂປໂລເວົ້າເຖິງພວກເຂົາຄ້າຍກັບວ່າຖ້າຫາກຜູ້ອ່ານຂອງເພິ່ນສາມາດຍຶດຫມັ້ນໄວ້ກັບພວກເຂົາດ້ວຍມືຂອງພວກເຂົາເອງ. ເເປອີກຢ່າງວ່າ: "ຈົ່ງຈົດຈໍາຄວາມຈິງ" (ເບິ່ງ: rc://*/ta/man/translate/figs-metaphor)

ທີ່ພວກທ່ານໄດ້ຮຽນ

ປະໂຫຍກນີ້ເປັນປະໂຫຍກທີ່​ໃຊ້​ງານ​ຢູ່​ເວ​ລານີ້. ອາດເເປອີກຢ່າງວ່າ: "ພວກເຮົາໄດ້ສອນທ່ານແລ້ວ" (ເບິ່ງ: rc://*/ta/man/translate/figs-activepassive)

ທັງທາງຖ້ອຍຄຳ ຫລື ໂດຍທາງຈົດຫມາຍ

ທ່ານສາມາດເຮັດໃຫ້ຂໍ້ມູນສົມບູນໄດ້ແຈ້ງຂຶ້ນໄດ້. ເເປອີກຢ່າງວ່າ: "ບໍ່ວ່າໂດຍສິ່ງທີ່ພວກເຮົາໄດ້ສອນທ່ານດ້ວຍຕົວເອງ ຫລື ໂດຍສິ່ງທີ່ພວກເຮົາໄດ້ຂຽນຈົດຫມາຍຫາທ່ານ" (ເບິ່ງ: rc://*/ta/man/translate/figs-explicit)