lo_tn/2sa/23/03.md

2.7 KiB

ຂໍ້ມູນທົ່ວໄປ:

ນີ້ສືບຕໍ່ຖ້ອຍຄຳສຸດທ້າຍຂອງດາວິດ.

ພ​ຣະ​ເຈົ້າ​ແຫ່ງ​ອິດ​ສະ​ຣາ​ເອນ​ຊົງ​ໄດ້​ກ່າວ, ຜູ້ຄຸມຊາດອິດສະຣາເອນ ... ​ຂ້າ​ນ້ອຍ

ທີ່ນີ້ "ພ​ຣະ​ເຈົ້າ​ແຫ່ງ​ອິດ​ສະ​ຣາ​ເອນ" ແມ່ນຄືກັບ "ຜູ້ຄຸມຊາດອິດສະຣາເອນ." ສອງສຳນວນນີ້ບອກວ່າເປັນສິ່ງດຽວກັນ. ດາວິດປຽບທຽບພຣະເຈົ້າກັບຫີນເພື່ອເນັ້ນອຳນາດຂອງເຂົາເພື່ອປົກປ້ອງຜູ້ຄົນຂອງເຂົາ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] and [[rc:///ta/man/translate/figs-metaphor]])

ເມື່ອ​ຜູ້​ຫນຶ່ງ​ປົກ​ຄອງ​ມະ​ນຸດ​ໂດຍ​ຍຸດ​ຕິ​ທຳ, ຜູ້​ປົກ​ຄອງ​ດ້ວຍ​ຄວາມ​ຢຳ​ເກງ​ພ​ຣະ​ເຈົ້າ

ທັງສອງປະໂຫຍກນີ້ບອກວ່າກະສັດຈະເຄົາລົບພຣະເຈົ້າແລະເຮັດສິ່ງທີ່ພຣະເຈົ້າຕ້ອງການໃຫ້ເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

​ດ້ວຍ​ຄວາມ​ຢຳ​ເກງ​ພ​ຣະ​ເຈົ້າ

"ເຄົາລົບນັບຖືພຣະເຈົ້າ"

ເຂົາ​ຈະ​ເປັນ​ຄື​ແສງ​ ... ດວງ​ຕາ​ເວັນ​ພາຍ​ຫລັງ​ຝົນ

ທີ່ນີ້ພຣະເຈົ້າກຳລັງປຽບທຽບກະສັດກັບແສງຍາມເຊົ້າ ແລະ ດວງຕາເວັນພາຍຫລັງຝົນ. ທັງຫມົດເຫລົ່ານີ້ເປັນວິທີ່ທີ່ກ່າວວ່າກະສັດອົງນີ້ເປັນທີ່ຫນ້າຍິນດີສຳລັບພຣະເຈົ້າແລະເປັນພອນແກ່ປະຊາຊົນ. ສຳນວນທັງສອງມີຄວາມຫມາຍຄ້າຍກັນແລະໃຊ້ເພື່ອເນັ້ນ. ຫລືອາດແປໄດ້ອີກວ່າ: "ເຂົາຈະມີຄວາມສຸກກັບທຸກຄົນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] and [[rc:///ta/man/translate/figs-parallelism]])