lo_tn/2sa/20/17.md

3.8 KiB

ຂໍ​ທ່ານ​ຟັງ​ຖ້ອຍ​ຄຳ​ຂອງ​ສາວ​ໃຊ້​ຂອງ​ທ່ານ​ຈັກ​ຫນ່ອຍ

ຜູ້ຍິງຫມາຍເຖິງຕົວຂອງເຂົາເອງວ່າ "​ສາວ​ໃຊ້​ຂອງ​ທ່ານ." ນີ້ແມ່ນວິທີທີ່ສຸພາບໃນການໂອ້ລົມກັບຄົນທີ່ມີອຳນາດຫລາຍກວ່າ.

ແລະ​ ຄຳ​ປຶກ​ສາ​ນັ້ນ​ຈະ​ເຮັດ​ໃຫ້​ເລື່ອງ​ນັ້ນ​ຈົບ​ລົງ​ໄດ້

"ແລະຄຳແນະນຳນັ້ນຈະຊ່ວຍແກປັນຫາໄດ້"

ທີ່​ເຕັມ​ດ້ວຍ​ຄວາມ​ງຽບ​ສະ​ງົບ​ທີ່​ສຸດ ​ແລະ​ ສັດ​ຊື່​ໃນ​ອິດ​ສະ​ຣາ​ເອນ

ຄຳທີ່ເສຍໄປອາດຖືກເພີ່ມ. ຫລືອາດແປໄດ້ອີກວ່າ: "ເມືອງທີ່ງຽບ​ສະ​ງົບ​ທີ່​ສຸດ ​ແລະ​ ສັດ​ຊື່​ໃນ​ອິດ​ສະ​ຣາ​ເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ອັນ​ເປັນ​ເມືອງ​ແມ່​ຂອງ​ອິດ​ສະ​ຣາ​ເອນ

ສິ່ງນີ້ເວົ້າເຖິງຄວາມສຳຄັນຂອງເມືອງນີ້ທ່າມກາງຊົນຊາດອິດສະຣາເອນຄ້າຍກັບວ່າ ເຊິ່ງເປັນແມ່ທີ່ໄດ້ຮັບການຍອມຮັບເປັນຢ່າງດີ. ຫລືອາດແປໄດ້ອີກວ່າ: "ເມືອງທີ່ທຸກຄົນໃນອິດສະຣາເອນໃຫ້ຄວາມເຄົາລົບນັບຖືຄືກັບແມ່" ຫລື "ເມືອງທີ່ມີຄວາມສຳຄັນຫລາຍແລະອິດສະຣາເອນກໍໃຫ້ຄວາມເຄົາລົບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ເປັນຫ​ຍັງ​ທ່ານ​ຈຶ່ງ​ຕ້ອງການຈະ​ມ້າງ​ເພ​ມໍ​ຣະ​ດົກ​ຂອງ​ພ​ຣະ​ຢາ​ເວ?

ທີ່ນີ້ຜູ້ຍິງໃຊ້ຄຳຖາມໂອ້ອວດເພື່ອແນະນຳໂຢອາບໃນສິ່ງທີ່ພວກເຂົາບໍ່ຄວນເຮັດ. ຄຳຖາມນີ້ສາມາດຂຽນເປັນຄຳສັ່ງ. ຫລືອາດແປໄດ້ອີກວ່າ: "ທ່ານບໍ່ຄວນທຳລາຍເມືອງເຊິ່ງເປັນມໍລະດົກຂອງພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມ້າງ​ເພ

ຜູ້ຍິງຄົນນີ້ເວົ້າເຖິງກອງທັບທຳລາຍເມືອງຄ້າຍກັບວ່າເມືອງນີ້ເປັນອາຫານທີ່ຖືກກືນກິນ. ຫລືອາດແປໄດ້ອີກວ່າ: "ທຳລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ມໍລະດົກຂອງພຣະຢາເວ

ທີ່ນີ້ເມືອງຖືກເອີ້ນເປັນເມືອງມໍລະດົກຂອງພຣະຢາເວໂດຍເນັ້ນວ່າເປັນຂອງພຣະຢາເວ. ຫລືອາດແປໄດ້ອີກວ່າ: "ເມືອງທີ່ເປັນຂອງພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)