lo_tn/2sa/20/06.md

3.1 KiB

​ອາ​ບີ​ໄຊ

ນີ້ແມ່ນຜູ້ບັນຊາການກອງທັບຂອງດາວິດອີກຄົນ. ເບິ່ງວິທີທ່ານແປຊື່ຂອງເຂົາຄືທີ່ເຈົ້າເຮັດໃນ 2:18. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເຮັດໃຫ້ຄວາມເດືອດຮ້ອນຫລາຍຂຶ້ນ

"ເຮັດຮ້າຍໃຫ້ພວກເຂົາຫລາຍຂຶ້ນ"

ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ເຈົ້າ​ນາຍ​ຂອງ​ທ່ານ, ເຫລົ່າ​ທະ​ຫານ​ຂອງ​ເຮົາ

ສຳນວນ "ເຫລົ່າ​ທະ​ຫານ​ຂອງ​ເຮົາ" ຊີ້ແຈງວ່າ "ຜູ້​ຮັບ​ໃຊ້." ດາວິດຫມາຍເຖິງຕົວຂອງເຂົາເອງ "ເຈົ້າ​ນາຍ​ຂອງ​ທ່ານ" ເປັນວິທີເວົ້າກັບໃຜບາງຄົນທີ່ມີອຳນາດຫນ້ອຍກວ່າ.

ໄລ່​ຕາມ

"ໄລ່ຕາມຫລັງ"

ບໍ່​ເຊັ່ນ​ນັ້ນ​ເຂົາ​ຈະ​ຫາ​ບັນ​ດາ​ເມືອງ​

ນີ້ຫມາຍຄວາມວ່າເຊບາ ແລະ ຄົນຂອງເຂົາຈະເຂົ້າໄປໃນເມືອງເຫລົ່ານີ້ເພື່ອລົບລີ້ຈາກກອງທັບຂອງດາວິດ. ຄຳວ່າ "ເຂົາ" ຫມາຍເຖິງເຊບາແຕ່ຫມາຍເຖິງທັງເຂົາ ແລະຄົນຂອງເຂົາ. ຫລືອາດແປໄດ້ອີກວ່າ: "ເຂົາແລະຄົນຂອງເຂົາຈະລົບຕົວໃນເມືອງທີ່ມີປ້ອມ" ຫລື "ເຂົາແລະຄົນຂອງເຂົາຈະຫລົບໄພໃນເມືອງທີ່ມີປ້ອມ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] and [[rc:///ta/man/translate/figs-synecdoche]])

​ພົ​້ນ​ສາຍ​ຕາ​ເຮົາ

ທີ່ນີ້ດາວິດຫມາຍເຖິງກອງທັບຂອງເຂົາໂດຍເຫນັ້ນວ່າເຊບາ ແລະຄົນຂອງເຂົາຈະຫລົບຕົວ ແລະກອງທັບຂອງດາວິດບໍ່ສາມາດຈັບພວກເຂົາໄດ້. ຫລືອາດແປໄດ້ອີກວ່າ: "ຈາກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

​ຄົນ​ເກ​ເຣັດ ... ​ຄົນ​ເປ​ເລັດ

ເຫລົ່ານີ້ແມ່ນຊື່ຂອງກຸ່ມປະຊາຊົນທີ່ຊ່ວຍປົກປ້ອງດາວິດ. ແປເຫລົ່ານີ້ຄືກັບທີ່ເຈົ້າເຮັດໃນ 8:15. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)