lo_tn/2sa/19/42.md

4.2 KiB

ທ່ານ​ທັງ​ຫລາຍ​ຈະ​ຄຽດ ​ດ້ວຍ​ເລື່ອງ​ນີ້​ເຮັດ​ຫຍັງ?

ຄົນຢູດາໃຊ້ຄຳຖາມໂອ້ອວດນີ້ເພື່ອຕຳຫນິຄົນອິດສະຣາເອນ. ຄຳຖາມນີ້ສາມາດຂຽນເປັນປະໂຫຍກຄຳສັ່ງ. ຫລືອາດແປໄດ້ອີກວ່າ: "ແຕ່ທ່ານບໍ່ມີເຫດຜົນທີ່ຈະເສຍໃຈກັບເລື່ອງນີ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion).

ພວກ​ເຮົາ​ໄດ້​ກິນ​ສິ່ງ​ໃດ​ທີ່​ກະ​ສັດ​ຕ້ອງ​ຈ່າຍ​ໃຫ້​ຫລື​ບໍ່? ເພິ່ນໃຫ້​ລາງ​ວັນ​ຫຍັງ​ແກ່​ເຮົາ​ບໍ່?

ຄົນຢູດາໃຊ້ຄຳຖາມເພື່ອສະແດງວ່າເຂົາບໍ່ໄດ້ຮັບສິ່ງໃດຈາກກະສັດ. ຄຳຖາມນີ້ສາມາດຂຽນເປັນປະໂຫຍກຄຳສັ່ງ. ຫລືອາດແປໄດ້ອີກວ່າ: "ກະສັດບໍ່ເຄີຍຈ່າຍຄ່າອາຫານຂອງເຮົາ, ແລະ ເຂົາບໍ່ເຄີຍໃຫ້ຂອງຂວັນໃດໆແກ່ເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion).

​ເຮົາ​ມີສິດ​ທິ​ໃນ​ດາ​ວິດ​ຫລາຍກວ່າ​ພວກ​ທ່ານ

"ເຮົາມີສິດຮຽກຮ້ອງຫລາຍກວ່າດາວິດ." ມັນອາດເປັນປະໂຫຍກຈະແຈ້ງໃນການລະບຸສິ່ງນີ້ "ຖືກຕ້ອງຫລາຍຂຶ້ນ" ຫມາຍຄວາມວ່າ. ຫລືອາດແປໄດ້ອີກວ່າ: "ພວກເຮົາມີສິດທີ່ຈະຮັບໃຊ້ກະສັດແລະຢູ່ກັບກະສັດຫລາຍກວ່າທີ່ທ່ານເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ດູ​ຖູກ​ເຮົາ​ເຊັ່ນ​ນີ້?

ຄົນອິດສະຣາເອນໃຊ້ຄຳຖາມໂອ້ອວດເພື່ອສະແດງຄວາມໃຈຮ້າຍຂອງເຂົາ. ນີ້ສາມາດຂຽນເປັນປະໂຫຍກຄຳສັ່ງ. ຫລືອາດແປໄດ້ອີກວ່າ: "ເຈົ້າບໍ່ຄວນດູຖູກເຮົາ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion).

ບໍ່​ແມ່ນ​ພວກ​ເຮົາ​ທີ່​ເປັນ​ພວກ​ທຳອິດບໍ ທີ່​ສະ​ເຫນີ​ໃຫ້​ນຳ​ກະ​ສັດ​ຂອງ​ພວກ​ເຮົາ​ກັບ​ມາ?

ຄົນອິດສະຣາເອນໃຊ້ຄຳຖາມໂອ້ອວດເພື່ອເຕືອນແລະຕຳຫນິປະຊາຊົນຂອງຢູດາ. ນີ້ສາມາດຂຽນເປັນປະໂຫຍກຄຳສັ່ງ. ຫລືອາດແປໄດ້ອີກວ່າ: "ເຮົາເປັນຄົນທຳອິດທີ່ແນະນຳໃຫ້ເຮົານຳກະສັດກັບມາ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion).

​ຖ້ອຍ​ຄຳ​ຂອງ​ຄົນ ​ຢູ​ດາ ​ກໍ​ຮຸນ​ແຮງກວ່າ​ຖ້ອຍ​ຄຳ​ຂອງ​ຄົນອິດ​ສະ​ຣາ​ເອນ

ທີ່ນີ້ "ຖ້ອຍ​ຄຳ" ຫມາຍເຖິງຄຳເວົ້າຂອງຄົນ. ຫລືອາດແປໄດ້ອີກວ່າ: "ຄົນຢູດາເວົ້າຮຸນແຮງຫລາຍກວ່າຄົນອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).