lo_tn/2sa/19/07.md

4.1 KiB

ໃນ​ພ​ຣະ​ນາມ​ພ​ຣະ​ຢາ​ເວ​

ໂຢອາບກຳລັງສາບານຢ່າງແຮງ. ຫລືອາດແປໄດ້ອີກວ່າ: "ຂ້ານ້ອຍສາບານ, ຄືຢ່າງທີ່ພຣະເຈົ້າຢາເວຊົງພະຊົນຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຖ້າ​ທ່ານ​ບໍ່​ມາ, ຈະ​ບໍ່​ມີ​ຊາຍ​ຈັກ​ຄົນ​ຫນຶ່ງ ​ຄ້າງ​ຢູ່​ກັບ​ທ່ານ​ໃນ​ຄືນ​ນີ້

ນີ້ຫມາຍຄວາມວ່າຖ້າດາວິດໄປກັບທະຫານຄົງຢູ່ກັບເຂົາ. ຫລືອາດແປໄດ້ອີກວ່າ: "ພຽງແຕ່ທ່ານໄປຜູ້ຊາຍຂອງທ່ານຈະຢູ່ກັບທ່ານເທົ່ານັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublenegatives)

ຈະ​ບໍ່​ມີ​ຊາຍ​ຈັກ​ຄົນ​ຫນຶ່ງ ​ຄ້າງ​ຢູ່​ກັບ​ທ່ານ

ນີ້ຫມາຍເຖິງພວກເຂົາຈົງຮັກພັກດີຕໍ່ເຂົາ. ຫລືອາດແປໄດ້ອີກວ່າ: "ບໍ່ມີຄົນໃດທີ່ຈົ່ງຮັກພັກດີຕໍ່ທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ປະ​ຊາ​ຊົນ​ທັງ​ປວງ​ກໍ​ໄດ້​ຮັບ​ການບອກ​ເລົ່າ​ວ່າ

ນີ້ເປັນຄຳເວົ້າເກີນຈິງ, ມັນຫມາຍເຖິງຜູ້ຄົນສ່ວນຫລາຍ. ມັນສາມາດກ່າວໃນຮູບແບບປະໂຫຍກກົງໄດ້. ຫລືອາດແປໄດ້ອີກວ່າ: "ຜູ້ຄົນຈຳນວນຫລາຍທີ່ຢູ່ທີ່ນັ້ນໄດ້ຍິນຄົນອື່ນໆເວົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເບິ່ງ​ເຖີດ, ກະ​ສັດ​ໄດ້​ຢູ່​ທີ່​ປະ​ຕູ​ເມືອງ

ຄຳນີ້ໃຊ້ທີ່ນີ້ເພື່ອດຶງດູດຄວາມສົນໃຈຂອງໃຜບາງຄົນຕໍ່ສິ່ງທີ່ເວົ້າຕໍ່ໄປນີ້. ຫລືອາດແປໄດ້ອີກວ່າ: "ຟັງ, ກະສັດໄດ້ຢູ່ທີ່ນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ປະຊາຊົນທັງຫລາຍ

ທີ່ນີ້ "ປະຊາຊົນ" ຫມາຍເຖິງປະຊາຊົນທີ່ຕິດຕາມດາວິດ. ນີ້ເປັນຄຳເວົ້າເກີນຈິງ,ມັນຫມາຍເຖິງຄົນຈຳນວນຫລາຍມາລວມຕົວກັນອ້ອມຮອບຕົວເຂົາ. ຫລືອາດແປໄດ້ອີກວ່າ: "ຫລາຍຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole)

ຝ່າຍ​ອິດ​ສະ​ຣາ​ເອນ​ນັ້ນ,​ຕ່າງ​ກໍ​ຫນີ​ໄປ​ຍັງ​ທີ່​ອາ​ໄສ​ຂອງ​ຕົນ​ຫມົດ​ແລ້ວ.

ທີ່ນີ້ "​ອິດ​ສະ​ຣາ​ເອນ" ຫມາຍເຖິງທະຫານຄົນອິດສະຣາເອນທີ່ຕິດຕາມອັບຊາໂລມ. ຫລືອາດແປໄດ້ອີກວ່າ: "ແລະ ທະຫານທຸກຄົນຫນີໄປຍັງບ້ານຂອງຕົວເອງ" ຫລື "ແລະທະຫານອິດສະຣາເອນທັງຫມົດຈຶ່ງຫນີໄປທີ່ບ້ານຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)