lo_tn/2sa/18/16.md

2.9 KiB

​ແລ້ວ​ໂຢອ​າບ​ກໍ​ໄດ້​ເປົ່າ​ແກ, ແລະ​ກອງ​ທັບ​ກໍ​ໄດ້​ກັບ​ຈາກ​ການ​ໄລ່​ຕາມ​ອິດ​ສະ​ຣາ​ເອນ, ເພາະ​ໂຢ​ອາບ​ໄດ້​ຢຸດກອງ​ທັບ​ໄວ້

ນີ້ແມ່ນອະທິຍາບາຍສິ່ງທີ່ໂຢອາບສັ່ງໂດຍເປົ່າແກ. ຫລື ອາດແປໄດ້ອີກວ່າ: "ແລ້ວໂຢອາບຈຶ່ງເປົ່າແກເພື່ອເອີ້ນກອງທັບຄືນ, ແລະກອງທັບກັບມາຈາກການໄລ່ຕາມອິດສະຣາເອນ" (ບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ກັບ​ຈາກ​ການ​ໄລ່​ຕາມ​ອິດ​ສະ​ຣາ​ເອນ

ທີ່ນີ້ "ອິດ​ສະ​ຣາ​ເອນ" ຫມາຍເຖິງກອງທັບຄົນອິດສະຣາເອນ. ຫລືອາດແປໄດ້ອີກວ່າ: "ກັບ​ຈາກ​ການ​ໄລ່​ຕາມ​ກອງທັບອິດ​ສະ​ຣາ​ເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ພວກ​ເຂົາ​ກໍ​ໄດ້​ນຳ​ອັບ​ຊາ​ໂລມ​ມາ ​ແລະ​ໄດ້​ໂຍນ​ລົງ

"ພວກເຂົາຈັບຮ່າງກາຍຂອງອັບຊາໂລມແລ້ວໂຍນລົງ".

ພວກ​ເຂົາ​ໄດ້​ຝັງ​ຮ່າງ​ຂອງອັບຊາໂລມພາຍ​ໃຕ​້ຫີນ​ຫ້ອງ​ໃຫຍ່

ຫລັງຈາກວາງພວກເຂົາໃນຫລຸມມັນກໍເຕັມໄປດ້ວຍກ້ອນຫີນ. ນີ້ສາມາດເປັນຮູບແບບປະໂຫຍກຈະແຈ້ງ. ຫລືອາດແປໄດ້ອີກວ່າ: "ພວກເຂົາປົກຄຸມຮ່າງກາຍຂອງເຂົາດ້ວຍກ້ອນຫີນຂະນາດໃຫຍ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ຂະ​ນະ​ທີ່​ຄົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດ​ຕ່າງ​ກໍ​ຫນີ​

ທີ່ນີ້ "ອິດ​ສະ​ຣາ​ເອນ​ທັງ​ຫມົດ" ຫມາຍເຖິງທະຫານຄົນອິດສະຣາເອນ. ຄຳວ່າ "ຫນີ" ຫມາຍເຖິງ "ແລ່ນຫນີ." ຫລືອາດແປໄດ້ອີກວ່າ: "ຂະນະທີ່ທະຫານທັງຫມົດຂອງອິດສະຣາເອນແລ່ນຫນີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche).