lo_tn/2sa/17/13.md

3.4 KiB

ແລ້ວ​ຄົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດ

ນີ້ຫມາຍເຖິງທະຫານຂອງອິດສະຣາເອນ, ບໍ່ແມ່ນອິດສະຣາເອນທັງຫມົດ. ຫລືອາດແປໄດ້ອີກວ່າ: "ແລ້ວທະຫານຂອງເຮົາທຸກຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche).

​ກໍ​ຈະ​ເອົາ​ເຊືອກ​ເຂົ້າ​ໄປ​ໃນ​ເມືອງ​ ແລະ ​ເຮົາ​ຈະ​ລາກ​ມັນ​ລົງ​ໄປ​ໃນ​ແມ່​ນ້ຳ

ນີ້ຫມາຍຄວາມວ່າທະຫານຈະທຳລາຍກຳແພງເມືອງແລະ ລາກສິ້ນສ່ວນໄປທີ່ແມ່ນຳ້. ຫລືອາດແປໄດ້ອີກວ່າ: "ຈະທຳລາຍເມືອງ ແລະ ລາກກ້ອນຫີນໄປທີ່ແມ່ນຳ້ດ້ວຍເຊືອກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ຈົນ​ກະ​ທັ້ງ​ບໍ່​ມີ​ໃຜ​ຫາ​ກ້ອນ​ຫີນ​ຈັກ​ກ້ອນ​ຫນຶ່ງ​ພົບ​ເຫັນ​ທີ່​ນັ້ນ

ນີ້ແມ່ນການເວົ້າເກີນຄວາມຈິງ ເພື່ອອະທິບາຍວ່າພວກເຂົາຈະທຳລາຍເມືອງຢ່າງໃດ. ຈະບໍ່ໂຍນຫີນກ້ອນນ້ອຍໆອອກໄປຈາກເມືອງຢ່າງແທ້ຈິງ. ຫລືອາດແປໄດ້ອີກວ່າ: "ຈົນກະທັ້ງເມືອງຖືກທຳລາຍຢ່າງສົມບູນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole).

​ຮູ​ຊາຍ​ຄົນ​ອາກ​ກິດ

ແປຊື່ຂອງຄົນນີ້ຄືກັບໄດ້ແປໃນ 15:32. ອາກກິດແມ່ນຊື່ຂອງກຸ່ມປະຊາຊົນ.

ອາຮີໂຕເຟນ

ແປຊື່ຂອງຄົນນີ້ຄືກັບໄດ້ແປໃນ 15:11.

ຄຳ​ປະ​ຕິ​ເສດ​ຕໍ່​ຄຳ​ປຶກ​ສາ​ອັນ​ດີ​ຂອງອາ​ຮີ​ໂຕ​ເຟນ

ຄຳວ່າ "ຄຳ​ປະ​ຕິ​ເສດ" ສາມາດສະແດງອອກດ້ວຍຄຳກິລິຍາ "ປະ​ຕິ​ເສດ." ຫລືອາດແປໄດ້ອີກວ່າ: "ໃຫ້ຄົນອິດສະຣາເອນປະຕິເສດຄຳແນະນຳທີ່ດີຂອງອາຮີໂຕເຟນ" ((ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns).

ຊົງ​ນຳ​ຄວາມຫ​ລົ້ມ​ຈົມ​ມາ​ຍັງ​ອັບ​ຊາ​ໂລມ

ຄຳວ່າ "ນຳ" ບາງສິ່ງບາງຢ່າງກັບໃຜບາງຄົນຫມາຍເຖິງການເຮັດໃຫ້ມັນເກີດຂຶ້ນກັບພວກເຂົາ. ຫລືອາດແປໄດ້ອີກວ່າ: "ເພື່ອເຮັດໃຫ້ຄວາມຈິບຫາຍເກີດຂຶ້ນກັບອັບຊາໂລມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).