lo_tn/2sa/17/11.md

4.5 KiB

ຄວນ​ທີ່​ຈະ​ຊົງ​ລວບລວມ​ອິດ​ສະ​ຣາ​ເອນ​ທັງ​ຫມົດ

ນີ້ສາມາດກ່າວໃນຮູບແບບປະໂຫຍກກົງ. ສະນັ້ນ, ທະຫານທັງຫມົດໃນອິດສະຣາເອນທັງຫມົດຖືກເອີ້ນໃນທີ່ນີ້ວ່າ "ອິດສະຣາເອນທັງຫມົດ." ຫລືອາດແປໄດ້ອີກວ່າ: "ວ່າເຈົ້າຄວນລວບລວມອິດສະຣາເອນທັງຫມົດເຂົ້າດ້ວຍກັນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] and [[rc:///ta/man/translate/figs-synecdoche]]).

ຕັ້ງ​ແຕ່ເມືອງ​ດານ​ຮອດເມືອງເບ​ເອນ​ເຊ​ບາ

ສຳນວນນີ້ຫມາຍເຖິງຈາກຊາຍແດນທາງເຫນືອຂອງອິດສະຣາເອນໄປຈົນເຖິງຊາຍແດນພາກໃຕ້. ຫລືອາດແປໄດ້ອີກວ່າ: "ຈາກຊົນຊາດອິດສະຣາເອນທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism).

ໃຫ້​ຫລ​ວງ​ຫລາຍດັ່ງ​ຊາຍ​ທີ່​ທະ​ເລ

ນີ້ແມ່ນການເວົ້າເກີນຄວາມເປັນຈິງທີ່ເມັດຊາຍທັງຫມົດເທິງຫາດຊາຍເມື່ອປຽບທຽບກັບຈຳນວນທະຫານອິດສະຣາເອນ. ຫລືອາດແປໄດ້ອີກວ່າ: "ຈຳນວນຫລາຍຈົນນັບບໍ່ໄດ້" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-hyperbole]] and [[rc:///ta/man/translate/figs-simile]]).

ທ່ານ​ກໍ​ໄປ​ຮົບ​ດ້ວຍ​ທ່ານເອງ

ສຳນວນ "ທ່ານເອງ" ຫມາຍເຖິງໄປດ້ວຍຕົວເອງແລະ ບໍ່ສົ່ງຄົນອື່ນແທນ. ຫລືອາດແປໄດ້ອີກວ່າ: "ຈາກນັ້ນນຳພວກເຂົາເຂົ້າສູ່ສະຫນາມຮົບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).

ເຂົ້າຮົບກັບເຂົາ

ນີ້ຫມາຍເຖິງການຕັ້ງໃຈໄປເຖິງຈຸດທີ່ເຂົາຢູ່ ແລະໂຈມຕີ (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).

ພວກ​ເຮົາ​ຈະ​ເຂົ້າ​ໂຈມ​ຕີ​ເຫມືອນ​ນ້ຳ​ຄ້າງ​ຕົກ​ເຫນືອ​ພື້ນ​ດິນ

ກອງທັບຂອງອັບຊາໂລມອະທິບາຍວ່າເປັນການຄຸມກອງທັບຂອງດາວິດຄືກັບນຳ້ຄ້າງຕົກປົກຄຸມພື້ນດິນໃນຕອນເຊົ້າ. ຫລືອາດແປໄດ້ອີກວ່າ: "ເຮົາຈະເອົາຊະນະ ແລະເອົາຊະນະກອງທັບຂອງດາວິດຢ່າງສົມບູນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile).

ນຳ້ຄ້າງຕົກ

ຫມອກຫລືເມກຫມອກ ທີ່ສາມາດຕົກລົົງເທິງພື້ນໄດ້ໃນຕອນກາງຄືນ, ປົກຄຸມພື້ນ ແລະປ່ອຍໃຫ້ມັນປຽກໃນຕອນເຊົ້າ.

ເຮົາ​ຈະ​ບໍ່​ໃຫ້​ມີ​ໃຜ​ເຫລືອ​ລອດ​ແມ່ນ​ແຕ່​ຄົນ​ດຽວ ... ມີຊີວິດຢູ່

ປະໂຫຍກນີ້ໃຊ້ສຳລັບການເນັ້ນ ແລະ ສາມາດກ່າວເປັນທາງບວກ. ຫລືອາດແປໄດ້ອີກວ່າ: "ເຮົາຈະຂ້າຄົນຂອງເຂົາທຸກຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes).

ຕົວຂອງເຂົາເອງ

ຄຳທັງສອງນີ້ເວົ້າເຖິງດາວິດ. ຫລືອາດແປໄດ້ອີກວ່າ: "ຕົວດາວິດເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rpronouns).