lo_tn/2sa/17/08.md

4.1 KiB

ພວກ​ເຂົາ​ເປັນ​ເຫມືອນ​ຫມີ​ທີ່​ລູກ​ຖືກ​ລັກ​ເອົາ​ໄປ​ໃນ​ທົ່ງ

ຄວາມໃຈຮ້າຍຂອງທະຫານ ທີ່ນີ້ກຳລັງຖືກປຽບທຽບກັບແມ່ຫມີທີ່ລູກຖືກລັກໄປຈາກນາງ. ຫລືອາດແປໄດ້ອີກວ່າ: "ພວກເຂົາແມ່ນໃຈຮ້າຍ, ຄືກັບແມ່ຫມີທີ່ລູກຖືກລັກໄປຈາກນາງ" ຫລື "ພວກເຂົາແມ່ນໃຈຮ້າຍຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile).

ຫມີ

ສັດຂົນຍາວຂະຫນາດໃຫຍ່ ທີ່ຍ່າງສີ່ຂາ, ມີຄົມເລັບ ແລະ ແຂ້ວແຫລມ.

ທ່ານ​ຊົງ​ຊຳ​ນານເ​ສິກ

ນີ້ຫມາຍຄວາມວ່າເຂົາໄດ້ຕໍ່ສູ້ໃນສົງຄາມຫລາຍຄັ້ງແລະ ຮູ້ວິທີການຂອງສົງຄາມ. ຫລືອາດແປໄດ້ອີກວ່າ: "ໄດ້ຕໍ່ສູ້ໃນສົງຄາມຫລາຍຄັ້ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ເບິ່ງເຖີດ

ທີ່ນີ້ຄຳນີ້ໃຊ້ເພື່ອດຶງດູດຄວາມສົນໃຈຂອງໃຜບາງຄົນໃນສິ່ງທີ່ເວົ້າຕໍ່ໄປ. ຫລື ອາດແປໄດ້ອີກວ່າ: "ຟັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).

​ຖ້ຳ​

ຖຳ້ເລິກລົງໄປໃນພື້ນດິນ.

ຫລື​ໃນ​ອີກ​ທີ່​ຫນຶ່ງ

ນີ້ແມ່ນເປັນອີກທີ່ທີ່ເຂົາລີ້້ຢູ່. ຫລືອາດແປໄດ້ອີກວ່າ: "ຫລືລົບລີ້ຢູ່ໃນທີ່ອື່ນໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis).

​ເມື່ອ​ທະ​ຫານ​ຂອງ​ເພິ່ນໄດ້​ລົ້ມ​ຕາຍ

ນີ້ສາມາດກ່າວໃນຮູບແບບກົງໄດ້. ຫລືອາດແປໄດ້ອີກວ່າ: "ເມື່ອທະຫານຂອງເຂົາຂ້າຜູ້ຊາຍບາງຄົນຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive).

ພວກ​ທະ​ຫານ​ທີ່​ຕິດ​ຕາມ​ອັບ​ຊາ​ໂລມ​ໄດ້​ຖືກ​ຂ້າ​ຕາຍ

ຄຳນາມ "ຂ້າ" ຫມາຍເຖິງເຫດການທີ່ມີຄົນຖືກຂ້າຢ່າງບໍ່ມີຄວາມປານີ. ສິ່ງນີ້ສາມາດສະແດງເປັນຄຳກິລິຍາ. ຫລືອາດແປໄດ້ອີກວ່າ: "ທະຫານຫລາຍຄົນຂອງອັບຊາໂລມຖືກຂ້າຕາຍ" ຫລື "ທະຫານສັດຕູໄດ້ຂ້າທະຫານຫລາຍຄົນທີ່ຕິດຕາມອັບຊາໂລມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ທີ່​ຈິດ​ໃຈ​ເຫມືອນ​ຢ່າງ​ໃຈ​ສິງ

ທີ່ນີ້ທະຫານຫມາຍເຖິງໂດຍ "ຈິດໃຈ" ຂອງພວກເຂົາ. ສະນັ້ນ, ຄວາມກ້າຫານທີ່ແຂງແກ່ນຂອງພວກເຂົາປຽບໄດ້ດັ່ງສິງໂຕ. ຫລືອາດແປໄດ້ອີກວ່າ: "ຜູ້ທີ່ມີຄວາມກ້າຫານຄືກັບສິງໂຕ" ຫລື "ຜູ້ທີ່ມີຄວາມກ້າຫານຫລາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] and [[rc:///ta/man/translate/figs-simile]])