lo_tn/2sa/11/09.md

3.4 KiB
Raw Permalink Blame History

ນາຍຂອງເຂົາ

ຄຳວ່າ "ຂອງເຂົາ" ຫມາຍເຖິງອູຣິຢາແລະຄຳວ່າ "ນາຍ" ຫມາຍເຖິງດາວິດ.

ເຈົ້າ​ເດີນ​ທາງ​ມາ​ບໍ່​ແມ່ນ​ບໍ? ເປັນ​ຫຍັງ​ເຈົ້າ​ບໍ່​ລົງ​ໄປ​ບ້ານ​ຂອງ​ເຈົ້າ?

ຄຳຖາມໂອ້ອວດນີ້ແມ່ນໃຊ້ເພື່ອສະແດງຄວາມປະຫລາດໃຈຂອງດາວິດວ່າອຸຣິຢາບໍ່ໄດ້ໄປຢ້ຽມຢາມເມຍຂອງເຂົາ. ນີ້ສາມາດລະບຸໄດ້ໃນຮູບແບບການຂຽນ. ຫລືອາດແປໄດ້ອີກວ່າ: "ຫລັງຈາກເດີນທາງມາໄກ, ເຈົ້າຄວນລົງໄປທີ່ບ້ານຂອງເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ອິດສະຣາເອນແລະຢູດາ

ນີ້ຫມາຍເຖິງກອງທັບຂອງພວກເຂົາ.ຫລືອາດແປໄດ້ອີກວ່າ: "ກອງທັບຂອງອິດສະຣາເອນແລະຢູດາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ແລ້ວ​ຂ້​າ​​ນ້ອຍ​ເອງ​ຈະ​ໄປ​ທີ່​ບ້ານ​ຂອງ​ຂ້າ​ນ້ອຍ​ ... ກັບ​ເມຍ​ຂອງ​ຂ້າ​ນ້ອຍ?

ຄຳຖາມໂອ້ອວດນີ້ແມ່ນໃຊ້ເພື່ອເນັ້ນວ່າການປະຕິເສດຂອງອູຣິຢາທີ່ຈະໄປຢ້ຽມຢາມເມຍຂອງເຂົາແລະສາມາດແປເປັນຄຳຖະແຫລງໄດ້. ຫລືອາດແປໄດ້ອີກວ່າ: "ມັນເປັນສິ່ງທີ່ຜິດຖ້າຂ້ອຍຈະເຂົ້າໄປທີ່ເຮືອນຂອງຂ້ອຍ ... ກັບເມຍຂອງຂ້ອຍໃນຂະນະທີ່ທະຫານຄົນອື່ນໆໃນກອງທັບຂອງຂ້ອຍກຳລງັຕົກຢູ່ໃນອັນຕະລາຍ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] and [[rc:///ta/man/translate/figs-explicit]])

ຕາບ​ໃດທ່ານຍັງ​ມີ​ຊີ​ວິດ​ຢູ່, ຂ້າ​ນ້ອຍ​ຈະ​ບໍ່​ເຮັດ​ຢ່າງ​ນີ້​ເລີຍ

ອຸຣິຢາສັນຍາສາບານຢ່າງແຂງແກວ່ງວ່າເຂົາຈະບໍ່ກັບບ້ານໄປຫາເມຍຂອງເຂົາຖ້າຫາກວ່າທະຫານຄົນອື່ນໆກຳລັງຢູ່ໃນສົງຄາມ. ເຂົາເຮັດສັນຍານີ້ໂດຍການປຽບທຽບຄວາມຈິງສັນຍາຂອງເຂົາກັບຄວາມຫມັ້ນໃຈວ່າກະສັດຍັງມີຊີວິດຢູ່. ຫລືອາດແປໄດ້ອີກວ່າ: "ຂ້ານ້ອຍສັນຍາຢ່າງຈິງຈັງວ່າຈະບໍ່ເຮັດແບບນີ້!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)