lo_tn/2sa/09/07.md

2.8 KiB

ເພື່ອເຫັນແກ່ໂຢນາທານພໍ່ຂອງເຈົ້າ

"ເພາະວ່າຂ້ານ້ອຍຮັກພໍ່ຂອງເຈົ້າ, ໂຢນາທານ"

​ເຈົ້າ​ຈະ​ຮັບ​ປະ​ທານ​ອາ​ຫານ​ຢູ່​ທີ່​ໂຕະ​ຂອງ​ເຮົາ​ສະ​ເຫມີ​ໄປ

ທີ່ນີ້ "ໂຕະຂອງເຮົາ" ສະແດງເຖິງການຢູ່ຮ່ວມກັບດາວິດຫລືຢູ່ຕໍ່ຫນ້າຂອງເຂົາ. ການຮັບປະທານອາຫານກັບກະສັດທີ່ໂຕະຂອງເຂົາຖືເປັນກຽດຢ່າງຫຍິ່ງ. ຫລືອາດແປໄດ້ອີກວ່າ: "ເຈົ້າຈະຮັບປະທານອາຫານກັບຂ້ອຍສະເຫມີໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຜູ້​ຮັບ​ໃຊ້​ຂອງ​ທ່ານ​ແມ່ນ​ຜູ້​ໃດ,ຊຶ່ງທ່ານຈະ​ຊົງ​ເຫັນ​ດ້ວຍ​ຄວາມ​ຊື່ນ​ຊົມ​ກັບ​ຫມາ​ທີ່​ຕາຍ​ແລ້ວ​ຢ້າງ​ຂ້າ​ນ້ອຍ​ນີ້?

ຄຳຖາມໂອ້ອວດນີ້ສະແດງເຖິງເມໂຟໂບເຊັດເຂົາໃຈວ່າເຂົາບໍ່ສຳຄັນພໍທີ່ກະສັດຈະເບິ່ງແຍງເຂົາ. ນີ້ສາມາດແປເປັນຄຳສັ່ງໄດ້. ຫລືອາດແປໄດ້ອີກວ່າ: "ຂ້ອຍຄືກັບຫມາທີ່ຕາຍແລ້ວ. ຂ້ານ້ອຍບໍ່ສົມຄວນທີ່ໄດ້ຮັບຄວາມເມດຕາຈາກທ່ານ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຫມາທີ່ຕາຍແລ້ວ

ທີ່ນີ້ເມໂຟໂບເຊັດສະແດງເຖິງແຖວຂອງໂຊນ, ແລະປຽບທຽບຕົວຂອງເຂົາເອງກັບ "ຫມາທີ່ຕາຍແລ້ວ." ຫມາເປັນສັດທີ່ດຸຮ້າຍ, ບໍ່ໄດ້ຮັບການເບິ່ງແຍງ, ແລະມີຄວາມສຳຄັນຫນ້ອຍ. ຫມາທີ່ຕາຍແລ້ວວ່າຈະໄດ້ຮັບການພິຈາລະນາວ່າສຳຄັນຫນ້ອຍກວ່າ. ຫລືອາດແປໄດ້ອີກວ່າ: "ຄືກັບວ່າຄົນແບບຂ້ານ້ອຍບໍ່ມີຄ່າຄືກັບຫມາທີ່ຕາຍແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)