lo_tn/2sa/07/21.md

4.1 KiB

ເພື່ອ​ເຫັນ​ແກ່​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ

ທີ່ນີ້ "ຄຳ" ສະແດງເຖິງສິ່ງທີ່ພຣະເຈົ້າສັນຍາວ່າຈະເຮັດ. ຫລືອາດແປໄດ້ອີກວ່າ: "ເພາະວ່າສິ່ງທີ່ເຈົ້າສັນຍາວ່າຈະເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

​ເພື່ອ​ໃຫ​້​ສຳ​ເລັດຕາມ​ປະ​​ສົງ​ຂອງ​ພ​ຣະ​ອົງເອງ

"ເພື່ອບັນລຸແຜນທີ່ເຈົ້າຈະເຮັດ"

ໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງ

ດາວິດຫມາຍເຖິງຕົວຂອງເຂົາເອງວ່າ "ຜູ້ຮັບໃຊ້ຂອງພຣະອົງ." ມັນສາມາດລະບຸໄດ້ໃນບຸກຄົນທຳອິດ. ຫລືອາດແປໄດ້ອີກວ່າ: "ຕໍ່ຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ຕາມ​ທີ່​ຫູ​ຂອງ​ພວກ​ຂ້າ​ນ້ອຍໄດ້​ຍິນ​ມາ

ສຳນວນ "ຫູຂອງພວກຂ້ານ້ອຍໄດ້ຍິນມາ" ມັນໃຊ້ສຳລັບເນັ້ນ. ຫລືອາດແປໄດ້ອີກວ່າ: "ຕາມທີ່ເຮົາເອງເຄີຍໄດ້ຍິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຕາມທີ່ພວກຂ້ານ້ອຍເຄີຍໄດ້ຍິນ

ທີ່ນີ້ "ພວກຂ້ານ້ອຍ" ຫມາຍເຖິງດາວິດ ແລະ ຊົນຊາດຂອງອິດສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-exclusive)

ຊົນ​ຊາດ​ໃດ​ຈະ​ຄື​ອິດ​ສະ​ຣາ​ເອນ, ເຂົາເປັນຫນຶ່ງໃນຊົນຊາດໃນໂລກ, ພຣະເຈົ້າ, ໄຖ່ເອົາມາແລະພົ້ນຈາກການເປັນທາດຮັບໃຊ້?

ດາວິດໃຊ້ຄຳຖາມເພື່ອເນັ້ນວ່າບໍ່ມີຊົນຊາດໃດຄືອິດສະຣາເອນ. ຫລືອາດແປໄດ້ອີກວ່າ: "ບໍ່ມີຊົນຊາດໃດຄືປະຊາຊົນອິດສະຣາເອນຂອງເຈົ້າ, ຊົນ​ຊາດ​ດຽວ​ໃນ​ໂລກ​ທີ່​ພ​ຣະ​ອົງ, ພຣະເຈົ້າ, ໄຖ່ເອົາມາແລະພົ້ນຈາກການເປັນທາດຮັບໃຊ້ ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເພື່ອ​ຊົງ​ເຮັດ​ສິ່ງ​ຍິ່ງ​ໃຫຍ່

ທີ່ນີ້ "ນາມຊື່" ສະແດງເຖິງຊື່ສຽງຂອງພຣະເຈົ້າຢາເວ. ຫລືອາດແປໄດ້ອີກວ່າ: "ເພື່ອເຮັດໃຫ້ທຸກຄົນຮູ້ວ່າເຈົ້າແມ່ນໃຜ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ສຳ​ລັບ​ແຜ່ນ​ດິນ​ຂອງ​ພ​ຣ​ະ​ອົງ

ທີ່ນີ້ "ແຜ່ນດິນ" ສະແດງເຖິງປະຊາຊົນ. ຫລືອາດແປໄດ້ອີກວ່າ: "ສຳລັບປະຊາຊົນຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພ​ຣະ​ອົງ​ໄດ້​ຊົງ​ຂັບ​ໄລ່​ຊົນ​ຊາດ​ຕ່າງໆ

ທີ່ນີ້ "ຊົນຊາດ" ສະແດງເຖິງກຸ່ມປະຊາຊົນທີ່ອາໄສຢູ່ໃນການາອານ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)