lo_tn/2sa/07/15.md

5.1 KiB

ຂໍ້ມູນທົ່ວໄປ:

ພຣະຢາເວໄດ້ອະທິບາຍສຳເລັດເຖິງພຣະສັນຍາຂອງພຣະອົງຕໍ່ກະສັດດາວິດໂດຍຜ່ານຜູ້ເຜີຍພຣະວັດຈະນະທຳ.

ແຕ່​ຄຳ​ສັນ​ຍາ​ຄວາມ​ສັດ​ຊື່​ຫມັ້ນ​ຄົງ​ຂອງ​ເຮົາ​ຈະ​ບໍ່​ຫນີ​ໄປ​ຈາກ​ເຂົາ​, ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​​ໂຊນ,

ຄຳວ່າ "ຄວາມ​ສັດ​ຊື່​ຫມັ້ນ​ຄົງ" ແມ່ນຄຳນາມນາມມະທຳທີ່ສາມາດລະບຸໄດ້ວ່າ "ສັດຊື່." ນອກຈາກນີ້ສາມາດແປໃນຮູບແບບທາງບວກ. ຫລືອາດແປໄດ້ອີກວ່າ: "ແຕ່ວ່າຂ້ອຍຈະຄົງສັດຊື່ຕໍ່ສະເຫມີ, ບໍ່ຄືກັບທີ່ຂ້ອຍຕໍ່ໂຊນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-abstractnouns]] and [[rc:///ta/man/translate/figs-litotes]])

​ຕໍ່​ຫນ້າ​ເຈົ້າ. ເຊື້ອສາຍຂອງເຈົ້າ ... ຕໍ່ຫນ້າເຈົ້າ. ບັນລັງຂອງເຈົ້າ

ຫາກໃນ 7:8 ເຈົ້າແປແບບການອ້າງອີງໂດຍຕົງເປັນການອ້າງອີງແບບທາງອ້ອມ, ຖ້າຢ່າງນັ້ນເຈົ້າອາດຈຳເປັນຕ້ອງແປ "ເຈົ້າ" ວ່າ "ດາວິດ" ຫລື "ເຂົາ" ຫລື "ຂອງເຂົາ" . ຫລືອາດແປໄດ້ອີກວ່າ: "ຕໍ່ຫນ້າເຈົ້າ. ເຊື້ອສາຍຂອງດາວິດ ... ຕໍ່ຫນ້າເຂົາ. ບັນລັງຂອງເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-quotations)

ເຊື້ອ​ສາຍ​ຂອງ​ເຈົ້າ​ ແລະ​ ອາ​ນາ​ຈັກ​ຂອງ​ເຈົ້າ​ຈະ​ຕັ້ງ​ຫມັ້ນ​ຢູ່​ຕໍ່​ຫນ້າ​ເຈົ້າ​ຕະຫລອດໄປ . ບັນ​ລັງ​ຂອງ​ເຈົ້າ​ຈະ​ຫມັ້ນ​ຄົງຕະຫລອດໄປ.

ສອງປະໂຫຍກເຫລົ່ານີ້ມີຄວາມຫມາຍດຽວກັນແລະເນັ້ນວ່າຣາຊະວົງຂອງດາວິດຈະຄົງຢູ່ຕະຫລອດໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເຊື້ອ​ສາຍ​ຂອງ​ເຈົ້າ​ ແລະ​ ອາ​ນາ​ຈັກ​ຂອງ​ເຈົ້າ​ຈະ​ຕັ້ງ​ຫມັ້ນ​ຢູ່​ຕໍ່​ຫນ້າ​ເຈົ້າ​ຕະຫລອດໄປ

ຄຳທີ່ນີ້ "ເຊື້ອສາຍ" ສະແດງເຖິງຜູ້ສືບທອດຕະກຸນ, ໃຜຈະປົຄອງເປັນກະສັດ. ທີ່ນີ້ "ອານາຈັກ" ຫມາຍເຖິງສິ່ງດຽວກັນກັບທີ່ວ່າ "ເຊື້ອສາຍ." ນີ້ສາມາດລະບຸໄດ້ໃນຮູບແບບປະໂຫຍກກົງ. ຫລືອາດແປໄດ້ອີກວ່າ: "ເຈົ້າຈະມີຊີວິດຢູ່ເພື່ອເຫັນຂ້ອຍສ້າງຄອບຄົວຂອງເຈົ້າ ແລະ ປົກຄອງພວກເຂົາເຫນືອປະຊາຊົນອິດສະຣາເອນຕະຫລອດໄປ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-doublet]] and [[rc:///ta/man/translate/figs-activepassive]])

ບັນ​ລັງ​ຂອງ​ເຈົ້າ​ຈະ​ຫມັ້ນ​ຄົງ​ຕະຫລອດໄປ

ທີ່ນີ້ "ບັນລັງ" ສະແດງເຖິງອຳນາດໃນການປົກຄອງໃນຖານະກະສັດ. ຫລືອາດແປໄດ້ອີກວ່າ: "ຂ້ອຍຈະໃຫ້ລູກຫລານຂອງເຈົ້າປົກຄອງອິດສະຣາເອນຕະຫລອດໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

​ຖ້ອຍ​ຄຳ​ເຫລົ່າ​ນີ້​ທັງ​ຫມົດ

ທີ່ນີ້ "ຖ້ອຍຄຳ" ສະແດງເຖິງພຣະຢາເວໄດ້ກ່າວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຂົາ​ໄດ້​ບອກ​ດາ​ວິດ​ຕາມ​​ທີ່​ພ​ຣະ​ເຈົ້​າສຳ​ແດງນີ້​ທັງ​ຫມົດ

"ເຂົາໄດ້ບອກດາວິດກ່ຽວກັບບທຸກສິ່ງທີ່ພຣະຢາເວເປີດເຜີຍຕໍ່ເຂົາ"