lo_tn/2sa/03/12.md

2.8 KiB

ເຖິງດາວິດ

ບາງບົດແປເພີ່ມ "ເມື່ອລາວຢູ່ທີ່ເຮັບໂຣນ" ແລະ ຄົນອື່ນໆລະເວັ້ນມັນ. ເຈົ້າອາດຕ້ອງການເພີ່ມສຳນວນຖ້າຫາກມີຄຳແປຢູ່ໃນປະເທດຂອງເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-textvariants)

ແຜ່ນ​ດິ​ນນີ້​ເປັນ​ຂອງ​ໃຜ?

ຂໍ້ຄວາມຕົ້ນສະບັບຂອງຄຳຖາມນີ້ບໍ່ຊັດເຈນ. ຄວາມຫມາຍທີ່ເປັນໄປໄດ້ຄື 1) ອັບເນມີອຳນາດມອບດິນອດນໃຫ້ດາວິດ. ຫລືອາດແປໄດ້ອີກວ່າ: "ດິນແດນນີ້ເປັນຂອງຂ້ອຍ!" ຫລື 2) ດາວິດໄດ້ຖືກເລືອກໂດະພຣະເຈົ້າໃຫ້ເປັນຜູ້ປົກຄອງແຜ່ນດິນ: ຫລື ອາດແປໄດ້ອີກວ່າ: "ດິນແດນແຫ່ງນີ້ເປັນຂອງເຈົ້າຢ່າງຖືກຕ້ອງ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມື​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ຝ່າຍ​ທ່ານ

ທີ່ນີ້ "ມື" ສະແດງໃຫ້ເຫັນເຖິງຄວາມຊ່ວຍເຫລືອສະເຫມີທີ່ລາວໄດ້ມອບໃຫ້ດາວິດ. ຫລືອາດແປໄດ້ອີກວ່າ: "ຂ້ອຍຈະຊ່ວຍເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຈົ້າ​ບໍ່​ສາ​ມາດ​ມາ​ພົບ​ຫນ້າ​ເຮົາ​ໄດ້ ເວັ້ນແຕ່​ວ່າ​ເຈົ້າ​ຈະ​ນຳ​ມີ​ການ​

ດາວິດກຳລັງບອກເຖິງເງື່ອນໄຂທີ່ລາວຈະພົບກັບອັບເນ. ທີ່ນີ້ "ຫນ້າ" ຫມາຍເຖິງຕົວດາວິດເອງ. ຫລືອາດແປໄດ້ອີກວ່າ: "ເຈົ້າບໍ່ສາມາດເຫັນຂ້ອຍໄດ້ເວັ້ນແຕ່ເຈົ້າຈະພາມີການມາຫາຂ້ອຍກ່ອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ມີການ

ນີ້ແມ່ນຊື່ຂອງລູກສາວຂອງໂຊນ. ລາວເປັນເມຍຄົນທຳອິດຂອງດາວິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)