lo_tn/2sa/03/06.md

2.8 KiB

ສິ່ງນີ້​ໄດ້​ເກີດ​ຂຶ້ນ

ນີ້ເປັນການແນະນຳເຫດການໃຫມ່ໃນເລື່ອງການຕໍ່ສູ້ລະຫວ່າງຜູ້ສະຫນັບສະຫນູນຂອງດາວິດ ແລະ ຄອບຄົວຂອງໂຊນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-newevent)

ຝ່າຍໂຊນ

ນີ້ຫມາຍເຖິງຄອບຄົວຂອງໂຊນ ແລະ ຜູ້ສະຫນັບສະຫນູນໂຊນທີ່ສົມມຸດຖານການຄວບຄຸມຂອງທີ່ດິນຂອງເຂົາຫລັງຈາກທີ່ເຂົາເສຍຊີວິດແລ້ວ.

ຝ່າຍດາວິດ

ນີ້ຫມາຍເຖິງຜູ້ສະຫນັບສະຫນູນຂອງດາວິດ.

ອັບ​ເນໄດ້​ເຮັດ​ໂຕ​ໃຫ້​ເຂັ້ມ​ເເຂງ​ຂຶ້ນ​ໃນ​ຝ່າຍກະສັດໂຊນ

ກຳລັງທີ່ເພີ່ມຂຶ້ນຂອງອັບເນຕໍ່ຄອບຄົວຂອງໂຊນເວົ້າໄດ້ວ່າຄ້າຍກັບເຂົາແຂງແກ່ງຂຶ້ນ. ຫລື ອາດແປໄດ້ອີກວ່າ: "ອັບເນໄດ້ຮັບອຳນາດຫລາຍກວ່າຄອບຄົວ ແລະ ຜູ້ສະຫນັບສະຫນູນຂອງໂຊນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຣິຊະປາ​ ... ອາອີຢາ

ເຫລົ່ານີ້ແມ່ນຊື່ຂອງຜູ້ຍິງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ອິຊະ​ໂບ​ເຊັດ​

ນີ້ແມ່ນຊື່ຜູ້ຊາຍ, ລູກຊາຍຂອງໂຊນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເປັນ​ຫຍັງ​ຈຶ່ງ​ໄດ້​ເຂົ້າ​ໄປນອນກັບເມຍນ້ອຍ​ພໍ່​ຂອງ​ເຮົາ?

ອີຊະໂບເຊັດໄດ້ຖາມຄຳຖາມນີ້ເພື່ອຕຳຫນິອັບເນທີ່ສະແດງທ່າທີ່ຄືກັບຕົນເປັນກະສັດ. ຫລືອາດແປໄດ້ອີກວ່າ: "ເຈົ້າບໍ່ສິດທີ່ຈະນອນກັບເມຍຂອງພໍ່ຂ້ອຍ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ນອນກັບ

ນີ້ແມ່ນສຳນວນທີ່ສຸພາບສຳລັບຄວາມສຳພັນທາງເພດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)