lo_tn/2sa/02/26.md

4.1 KiB

ເອີ້ນວ່າ

"ສຽງຮ້ອງ" ຫລືວ່າ "ຮ້ອງ"

ຈະ​ໃຫ້​ດາບ​ທຳ​ລາຍ​ທ່ານ​ຕະ​ຫລອດ​ໄປ​ບໍ?

ຄຳຖາມໂອ້ອວດນີ້ໄດ້ເນັ້ນເຖິງການຕໍ່ສູ້ໄດ້ສືບຕໍ່ຍາວນານ. ທີ່ນີ້ "ດາບ" ຫມາຍເຖິງການຕໍ່ສູ້. ການຂ້າໃນການຕໍ່ສູ້ໄດ້ຖືກເວົ້າເຖິງຄ້າຍກັບວ່າສັດປ່າກຳລັງກິນພວກທະຫານ. ຫລືອາດແປໄດ້ອີກວ່າ: "ພວກເຮົາບໍ່ຕ້ອງການໃຊ້ດາບຂອງພວກເຮົາເພື່ອຕໍ່ສູ້ ແລະຂ້າເຊິ່ງກັນ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] and [[rc:///ta/man/translate/figs-metonymy]] and rc://*/ta/man/translate/figs-metaphor)

ທ່ານບໍ່ຮູ້ດອກວ່າມັນຈະຂົມຂື່ນໃນທີ່ສຸດ?

ຄຳຖາມໂອ້ອວດນີ້ແມ່ນໃຊ້ເພື່ອບັງຄັບໃຫ້ໂຢອາບຍອມຮັບວ່າການຕໍ່ສູ້ຢ່າງຕໍ່ເນື່ອງອາດສົ່ງຜົນໃຫ້ເກີດຄວາມທຸກທໍລະມານເພີ່ມຂຶ້ນ. ທີ່ນີ້ "ຂົມ" ແມ່ນຕາຍສຳລັບຄວາມທໍລະມານສາຫັດທີ່ຈະເກີດຂຶ້ນ. ຫລືອາດແປໄດ້ອີກວ່າ: "ເຈົ້າຮູ້ດີວ່າມີຜົນລັບທີ່ຮ້າຍແຮງຖ້າຫາກຍັງດຳເນີນການຕໍ່ໄປ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] and [[rc:///ta/man/translate/figs-euphemism]])

ອີກ​ດົນ​ປານ​ໃດ​ທ່ານ​ຈຶ່ງ​ຈະ​ສັ່ງ​ພວກ​ທະ​ຫານ​ໃຫ້​ຫັນ​ກັບ​ຈາກ​ກາ​ນ​ໄລ່​ຕາມ​ພີ່​ນ້ອງ​ຂອງ​ພວກ​ເຂົາ?

ຄຳຖາມໂອ້ອວດນີ້ມີວັດຖຸປະສົງເພື່ອໂນ້ມນ້າວໃຈໃຫ້ໂຢອາບຢຸດການຕໍ່ສູ້ກັບເພື່ອນຮ່ວມຊາດອິດສະຣາເອນ. ທີ່ນີ້ "ພີ່ນ້ອງ" ໃຊ້ເພື່ອເປັນຕົວແທນສະມາຊິກຂອງຊົນຊາດອິດສະຣາເອນ. ຫລືອາດແປໄດ້ອີກວ່າ: "ຢຸດສິ່ງນີ້ທັນທີ່ເພື່ອບໍ່ໃຫ້ຊາດອິດສະຣາເອນຂ້າເຊີ່ງກັນ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] and [[rc:///ta/man/translate/figs-metonymy]])

ພ​ຣະ​ເຈົ້າ​ຊົງ​ພ​ຣະ​ຊົນ​ຢູ່​​ສັນ​ໃດ

ນີ້ແມ່ນຄຳຫມັ້ນສັນຍານຢ່າງແຂງແກ່ງ. ຫລືອາດແປໄດ້ອີກວ່າ: "ກັບພຣະເຈົ້າຜູ້ເປັນພະຍານຂອງຂ້ອຍ" ຫລື "ພຣະເຈົ້າຈະຢືນຢັນວ່າຂ້ອຍຫມາຍເຖິງສິ່ງທີ່ຂ້ອຍເວົ້າ"

ຖ້າ​ທ່ານ​ບ​ໍ່​ເວົ້າ​ຂຶ້ນ ... ພ​ວກ​ທະ​ຫານ​ກໍ​ຈະ​ໄລ່​ຕາມ​ພວກ​ພີ່​ນ້ອງ​ຂອງ​ເຂົາ​ຈົນ​ຮອດ​ມື້​ອື່ນ​ເຊົ້າ

ຄຳສົມມຸດຖານນີ້ຢືນຢັນວ່າໄດ້ບອກເຖິງສິ່ງທີ່ອາດຈະເກີດຂຶ້ນໄດ້ຖ້າຫາກອັບເນບໍ່ລົມກັບໂຢອາບຢ່າງສະຫລາດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hypo)