lo_tn/2sa/01/25.md

3.0 KiB

ວິ​ລະ​ບູ​ລຸດ​ໄດ້​ລົ້ມ​ລົງ​ແລ້ວ​ໃນ​ທ່າມ​ກາງ​ສົງ​ຄາມ

ສຳນວນນີ້ແມ່ນຊຳ້ຢູ່ໃນຂໍ້ 27 ເພື່ອເນັ້ນຫຍໍ້າວ່ານັກຮົບທີ່ດີທີ່ສຸດຂອງອິດສະຣາເອນໄດ້ຕາຍແລ້ວ. ຫລືແປໄດ້ອີກວ່າ: "ນັກຮົບຜູ້ຍິ່ງໃຫຍ່ໄດ້ຕາຍໄປແລ້ວໃນການສູ້ຮົບ"

ວິ​ລະ​ບູ​ລຸດ

ທີ່ນີ້ "ລິດອຳນາດ" ເປັນສຳນວນ ແລະ ຫມາຍເຖິງສະເພາະ ໂຊນ ແລະ ໂຢນາທານ, ຫລື ໃຫ້ແກ່ທະຫານຂອງອິດສະຣາເອນທັງ ຫມົດ. ຫລື ແປໄດ້ອີກວ່າ: "ນັກຮົບຍິ່ງໃຫຍ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)

ລົ້ມລົງ

ນີ່ແມ່ນວິທີ່ທີ່ສຸພາບໃນການເວົ້າ "ເສຍຊີວິດແລ້ວ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ໂຢ​ນາ​ທານ​ກໍ​ໄດ້​ຖືກ​ສັງ​ຫານ​

ນີ້ສາມາດລະບຸໄດ້ໃນຮູບແບບປະໂຫຍກກົງ. ຫລືແປໄດ້ອີກວ່າ: "ໂຢນາທານໄດ້ຖືກສັງຫານໃນການສູ້ຮົບ" ຫລື "ສັດຕູໄດ້ຂ້າໂຢນາທານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

​ຢູ່​ເທິງ​ເນີນພູ​ຂອງ​ທ່ານ

ດາວິດໄດ້ສືບຕໍ່ແກ້ໄຂສ່ວນນີ້ຂອງເພງໄປຍັງພູເຂົາກິນໂບອາເພິ່ນໄດ້ເລີ່ມໃນ 1:21. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-apostrophe)

ທ່ານ​ເປັນ​ທີ່​ຊື່ນ​ໃຈ​ຂອງ​ຂ້ອຍຫລາຍ​.

ທີ່ນີ້ "ທີ່ຊື່ນໃຈ" ໃຊ້ໃນຄວາມຮູ້ສຶກຂອງຫມູ່ສະຫນິດ.

ຄວາມ​ຮັກ​ຂອງ​ທ່ານ​ມີ​ຕໍ່​ຂ້ອຍນັ້ນ​ກໍອັດ​ສະ​ຈັນ, ເຫນືອກວ່າ​ຄວາມ​ຮັກ​ໃດໆທີ່ມີຕໍ່​ສະ​ຕ​ຣີ

ທີ່ນີ້ "ຄວາມຮັກ" ໃຊ້ໃນຄວາມຮູ້ສຶກຂອງມິດຕະພາບ ແລະ ຄວາມຈົ່ງຮັກພັກດີ. ຄວາມຈົ່ງຮັກພັກດີຂອງໂຢນາທານຕໍ່ດາວິດຍິ່ງກວ່າຄວາມຈົ່ງຮັກພັກດີທີ່ຜູ້ຍິງມີຕໍ່ສາມີ ແລະ ລູກ.