lo_tn/2sa/01/21.md

3.3 KiB

ເທິງ​ພູ​ກິນໂບ​ອາ​ເອີຍ

ດາວິດເວົ້າໂດຍຕົງກັບ "ເທິງ​ພູ​ກິນໂບ​ອາ​" ຄືກັບວ່າພວກເຂົາກຳລັງຟັງເພງຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-apostrophe)

ຂໍ​ຢ່າ​ມີ​ນ້ຳ​ຄ້າງ​ ຫລື​ນ້ຳ​ຝົນ​ເທິງ​ເຈົ້າ

ດາວິດໄດ້ສາບແຊ່ງດິນທີ່ກະສັດໂຊນໄດ້ເສຍຊີວິດໃນການສູ້ຮົບ. ນີ້ເປັນການສະແດງຄວາມເຄົາລົບຕໍ່ກະສັດໂຊນ, ເຊິ່ງເປັນກະສັດທີ່ພຣະເຈົ້າໄດ້ຊົງເຈີມໄວ້.

​ທີ່​ນັ້ນ​ໂລ່​ຂອງວິ​ລະ​ບູ​ລຸດ​ໄດ້​ມີ​ມົນ​ທິນ​ແລ້ວ

ຜູ້ທີ່ມີ " ລິດອຳນາດ " ທີ່ນີ້ຫມາຍເຖິງກະສັດໂຊນ. ໂລ່ນັ້ນມີມົນທິນເພາະວ່າມັນຕົກລົງພື້ນ, ແລະ ເພາະເລືອດຂອງກະສັດຕົກຢູ່ເທິງມັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໂລ່​ຂອງ​ໂຊນ​ບໍ່​ໄດ້​ຖືກ​ເຈີມ​ດ້ວຍ​ນ້ຳ​ມັນ​ອີກ​ຕໍ່​ໄປ

ໂລ່ຂອງໂຊນແມ່ນເຮັດຈາກຫນັງສັດ. ເພື່ອຮັກສາໂລ່ນັ້ນໄດ້ຖູດ້ວຍນໍ້າມັນ. ຫລືແປໄດ້ອີກວ່າ: "ບໍ່ມີໃຜຈະຮັກສາໂລ່ຂອງໂຊນໄດ້ອີກຕໍ່ໄປ"

ຈາກ​ເລືອດ​ຂອງ​ຄົນ​ເຫລົ່າ​ນັ້ນໄດ້ຖືກຂ້າ, ຈາກຮ່າງກາຍຂອງນັກ​ຮົບ, ຄັນ​ທະ​ນູ​ຂອງໂຢ​ນາ​ທານບໍ່​ໄດ້​ຫັນ​ກັບ​ມາ, ແລະ ​ດາບ​ຂອງ​ກະສັດໂຊນ​ກໍ​ບໍ່​ໄດ້​ກັບ​ມາ​ວ່າງ​ເປົ່າ.

ກະສັດໂຊນ ແລະ ໂຢນາທານ ສະແດງໃຫ້ເຫັນເຖິງຄວາມຮ້າຍແຮງ ແລະ ນັກຮົບກ້າຫານ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ດາບ​ຂອງ​ກະສັດໂຊນ​ກໍ​ບໍ່​ໄດ້​ກັບ​ມາ​ວ່າງ​ເປົ່າ.

ດາບຂອງໂຊນແມ່ນໄດ້ເວົ້າເຖິງຄ້າຍກັບວ່າມັນເປັນສິ່ງທີ່ມີຊີວິດທີ່ສາມາດກັບມາເປັນຂອງຕົວເອງ. ແທນທີ່ຈະກັບມາວ່າງເປົ່າ, ມັນກຳລັງແບກເລືອດຂອງສັດຕູໂຊນທີ່ໄດ້ຂ້າມັນ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-litotes]])