lo_tn/2sa/01/17.md

4.1 KiB

ຂໍ້ມູນທົ່ວໄປ:

ດາ​ວິດ​ກໍໄດ້​ຮ້ອງ​ເພງໄວ້ອາໄລໃຫ້ກະສັດໂຊນ ​ແລະ ​ໂຢ​ນາ​ທານ​

ເພງໄວ້ອາໄລໃຫ້ແກ່ເຊື້ອຊາດ

ນີ້ແມ່ນຫົວຂໍ້ເພງ.

ຊຶ່ງ​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ຂອງຢາ​ຊາ

ນີ້ແມ່ນຂໍ້ມູນພື້ນຖານທີ່ເພີ່ມເຂົ້າເພື່ອບອກຜູ້ອ່ານວ່າເກີດຫຍັງຂຶ້ນກັບບົດເພງໃນອານາຄົດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-background)

ຫນັງ​ສື​ຂອງຢາ​ຊາ

ຄຳວ່າ "ຢາຊາ" ຫມາຍຄວາມວ່າ "ສັດຊື່." ຫລື ແປໄດ້ອີກວ່າ: "ຫນັງສືຂອງຄົນສັດຊື່" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ສັກ​ສີ​ຂອງ​ທ່ານ​​, ອິດ​ສະ​ຣາ​ເອນ, ໄດ້ຕາຍແລ້ວ

"ສັກສີຂອງທ່ານ" ຫມາຍເຖິງກະສັດໂຊນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຣິດຫຍິ່ງໃຫຍ່

ສຳນວນ "ຣິດຫຍິ່ງໃຫຍ່" ຫມາຍເຖິງທັງກະສັດໂຊນ ແລະ ໂຢນາທານ. ຄຳຄຸນນາມທີ່ລະບຸນີ້ແມ່ນເປັນພະຫຸພົດ, ແລະ ສາມາດຫມາຍເຖິງ "ຜູ້ມີຣິດຫຍິ່ງໃຫຍ່." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-nominaladj]])

ລົ້ມ​ລົງ

ຄຳວ່າ "ລົ້ມລົງ" ທີ່ນີ້ຫມາຍຄວາມວ່າ "ຕາຍ". (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ຢ່າບອ​ກ​ເລື່ອງນີ້​ໃນ​ເມືອງ​ກັດ ... ຢ່າ​ປະ​ກາດ​ເລື່ອງ​ນີ້​, ໃນ​ຫົນ​ທາງ​ເມືອງ​ອາຊະເກໂລນ​

ສອງສຳນວນນີ້ຫມາຍເຖິງສິ່ງດຽວກັນ ແລະ ເປັນຂໍ້ຊຳ້ສ່ວນຫນຶ່ງກະວີຂອງບົດເພງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເມືອງກັດ ... ເມືອງອາຊະເກໂລນ

ເມືອງກັດ ແລະ ເມືອງອາຊະເກໂລນທັງສອງເປັນເມືອງໃຫຍ່ຂອງຟີຣິດຕິນ. ຄົນຟີຣິດຕິນໄດ້ຂ້າກະສັດໂຊນ ແລະ ໂຢນາທານ.

ເພາະ​ເຫດ​ວ່າ​ພວກ​ບຸດສາວຂອງຄົນ​ຟີ​ລິດສະ​ຕີນຈະບໍ່​ປິຕິຍິນດີ ... ເພ​າະ​ພວກ​ລູກ​ສາວຂອງ​ພວກ​ເຂົາ​ບໍ່ໄດ້ຮັບພິທີຕັດຈະ​ບໍ່​ສະ​ເຫລີມ​ສະ​ຫລອງ

ສອງສຳນວນເຫລົ່ານີ້ຫມາຍເຖິງສິ່ງດຽວກັນ ແລະ ເປັນຂໍ້ຊຳ້ສ່ວນຫນຶ່ງກະວີຂອງບົດເພງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

​ພວກ​ລູກ​ສາວ​​ບໍ່ໄດ້ຮັບພິທີຕັດ

ສຳນວນນີ້ຫມາຍເຖິງຜູ້ຄົນທີ່ບໍ່ໄດ້ຕິດຕາມພຣະເຈົ້າຢາເວ, ຢ່າງເຊັ່ນຄົນຟີລິດສະຕິນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)