lo_tn/2sa/01/14.md

3.0 KiB

ເປັນ​ຫຍັງ​ເຈົ້າ​ບໍ່​ຢ້ານ​ກົວ​​ທີ່ຈະຂ້າ​​​ຜູ້ທີ່ໄດ້ຮັບການເຈີມຈາກພຣະຢາເວ ... ດ້ວຍມື?

ຄຳຖາມເຊີງໂວຫານນີ້ ແມ່ນໃຊ້ເພື່ອຕຳຫນິຊາຍຄົນນັ້ນ. ມັນສາມາດແປເປັນຄຳຖະແຫລງ. ຫລືແປໄດ້ອີກວ່າ: "ເຈົ້າຄວນຢໍາເກງພຣະເຈົ້າຢາເວ ແລະ ຢ່າຂ້າການເຈີມ ... ດ້ວຍມື!" ( rc://*/ta/man/translate/figs-rquestion)

ກະ​ສັດ​ຜູ້​ທີ່​ພ​ຣະ​​ຢາ​ເວ​ໄດ້​ຊົງ​ເຈີມ

ຄຳໃກ້ຄຽງນີ້ຫມາຍເຖິງກະສັດໂຊນ, ຜູ້ທີ່ຖືກເລືອກໃນພິທີໂດຍພຣະເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ດ້ວຍ​ມື​ຂອງ​ເຈົ້າ​ເອງ

ສຳນວນນີ້ຫມາຍເຖິງການເຮັດບາງສິ່ງດ້ວຍຕົວເອງ. ຫລືແປໄດ້ອີກວ່າ: "ດ້ວຍຕົວເອງ" ຫລື "ສ່ວນຕົວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໄດ້​ຂ້າ​ເຂົາ

ສຳນວນນີ້ຫມາຍຄວາມວ່າ "ຂ້າເຂົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເລືອດ​ຂອງ​ເຈົ້າ​ກໍ​ຕົກ​ຢູ່​ຫົວ​ຂອງ​ເຈົ້າ

ທີ່ນີ້ "ເລືອດ" ຫມາຍເຖິງ "ການຫລັ່ງເລືອດ" ແລະ ທີ່ກ່ຽວຂ້ອງກັບຄວາມຕາຍ. ທີ່ນີ້ "ຫົວຂອງເຈົ້າ" ຫມາຍເຖິງຜູ້ຊາຍ ແລະຫມາຍຄວາມວ່າຜູ້ຊາຍມີຄວາມຮັບຜິດຊອບ. ຫລືແປໄດ້ອີກວ່າ: "ເຈົ້າຕ້ອງຮັບຜິດຊອບຕໍ່ຄວາມຕາຍຂອງເຈົ້າເອງ" ຫລື "ເຈົ້າກໍເຫດໃຫ້ຕົວເຈົ້າເອງຕາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-synecdoche]])

ປາກ​ຂ​ອງ​ເຈົ້າໄດ້ເປັນພະຍານປັກ​ປຳ​ໂຕ​ເຈົ້າ

ທີ່ນີ້ "ປາກຂອງເຈົ້າ" ຫມາຍເຖິງຜູ້ຊາຍຄົນນັ້ນ. ຫລືແປໄດ້ອີກວ່າ: "ເຈົ້າໄດ້ເປັນພະຍານກັບຕົວເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)