lo_tn/2sa/01/08.md

2.2 KiB

ເພິ່ນ​ໄດ້​ຖາມ​ຂ້າ​ນ້ອຍ​ວ່າ, 'ເຈົ້າ​ແມ່ນ​ໃຜ?' ຂ້າ​ນ້ອຍ​ຕອບ​ວ່າ, 'ຂ້າ​ນ້ອຍ​ເປັນ​ຄົນ​ອາ​ມາ​ເຫລັກ.'

ການຊີ້ທາງໂດຍກົງເຫລົ່ານີ້ອາດເປັນຄຳແນະນຳທາງອ້ອມ. ຫລື ແປໄດ້ອີກວ່າ: "ເພິ່ນຖາມຂ້ານ້ອຍວ່າຂ້ານ້ອຍແມ່ນໃຜ, ແລະ ຂ້ານ້ອຍບອກເພິ່ນວ່າ ຂ້ານ້ອຍເປັນຄົນອາເມເຫລັກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-quotations)

ຂ້າ​ນ້ອຍ​ເປັນ​ຄົນ​ອາ​ມາ​ເຫລັກ

ພວກຄົນເຫລົ່ານີ້ແມ່ນຄົນດຽວກັນທີ່ດາວິດໄດ້ໂຈມຕີສຳເລັດແລ້ວໃນ 1:1.

​ເຮົາ​ກ​ຳ​ລັງ​ເຈັບ​ປວດ​ຢ່າງ​ແສນ​ສາ​ຫັດ

ຄວາມທຸກທໍລະມານຂອງກະສັດໂຊນແມ່ນໄດ້ເວົ້າເຖິງຄວາມຢ້ານກົວທີ່ໄດ້ຈັບເພິ່ນໄວ້. ຫລື ແປໄດ້ອີກວ່າ: "ຂ້ອຍກຳລັງທໍລະມານຢ່າງຫນັກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຊີວິດທີ່ຍັງຢູ່ໃນຕົວຂ້ອຍ

ສຳນວນນີ້ຫມາຍຄວາມວ່າເພິ່ນຍັງມີຊີວິດຢູ່. ຫລືແປໄດ້ອີກວ່າ: "ຂ້ອຍຍັງມີຊີວິດຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເພິ່ນ​ຈະ​ບໍ່​ສາ​ມາດ​ດຳ​ລົງ​ຊີ​ວິດ​ຢູ່​ໄດ້​ອີກ​ຫລັງ​ຈາກ​ທີ່​ເພິ່ນໄດ້ລົ້ມໄປ

"ເພິ່ນຈະຕາຍເຖິງຢ່າງໃດກໍຕາມ"