lo_tn/2pe/03/14.md

5.2 KiB

ທ່ານກໍ່ຈົ່ງພະຍາຍາມໃຫ້ພຣະອົງພົບທ່ານທັງຫລາຍຢູ່ ເປັນສຸກ ປາສະຈາກມົນທິນ ແລະຂໍ້ຕຳນິ

ສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳ ຂອງປະໂຫຍກ)ແປໄດ້ອີກຢ່າງວ່າ: " ຈົ່ງທຳຢ່າງດີໃນການດຳເນີນຊີວິດເພື່ອພຣະເຈົ້າຊົງພົບວ່າທ່ານນັ້ນປະສະຈາກມົນທິນ, ຂໍ້ຕຳນິ, ມີສັນຕິສຸກກັບພຣະອົງ ແລະຄົນອື່ນໆດ້ວຍ " (ເບິ່ງ: rc://*/ta/man/translate/figs-activepassive)

ປາສະຈາກມັນທິນ ແລະຂໍ້ຕຳນິ

ຄຳວ່າ " ປາສະຈາກມົນທິນ" ແລະ " ຂໍ້ຕຳນິ " ຫມາຍເຖິງ ສິ່ງດຽວກັນ ໃຊ້ເພື່ອເນັ້ນໃຫ້ເຫັນເຖິງສິລະທັມອັນບໍຣິສຸດ ແປໄດ້ອີກຢ່າງວ່າ " ບໍຣິສຸດຫມົດຈົດ" (ເບິ່ງ: rc://*/ta/man/translate/figs-doublet)

ປາສະຈາກມົນທິນ

ຫມາຍເຖິງການ " ປາສະຈາກຄວາມຜິດໃດໆ " (ເບິ່ງ: rc://*/ta/man/translate/figs-metaphor)

ຈົ່ງພິຈາລະນາ ຄວາມອົດທົນຂອງພຣະເຈົ້າຂອງເຮົາທີ່ເຮົາຈະໄດ້ພົ້ນ (ຫຼື ຈົ່ງພິຈາລະນາຄວາມອົດທົນຂອງພຣະເຈົ້າຂອງເຮົາວ່າເປັນຄວາມພົ້ນ)

ເພາະວ່າພຣະເຈົ້າຊົງອົດທົນ ວັນແຫ່ງການພິພາກສາຍັງບໍ່ມາເຖິງ ດ້ວຍເຫດນີ້ຈິ່ງເປັນໂອກາດໃຫ້ຄົນໄດ້ກັບໃຈແລະໄດ້ຮັບການຊ່ວຍໃຫ້ຮັບລອດພົ້ນຕາມທີ່ເປ ໂຕໄດ້ອະທິບາຍໃນ 3:8 ສາມາດແປໄດ້ອີກຢ່າງວ່າ: " ແລະເຊັ່ນກັນ ໃຫ້ຄິດເຖີດວ່າຄວາມອົດທົນຂອງພຣະເຈົ້າເຮົານັ້ນເປັນເຫມືອນການປຣະທານໂອກາດໃຫ້ໄດ້ກັບໃຈແລະຊ່ວຍໃຫ້ໄດ້ພົ້ນ " (ເບິ່ງ: rc://*/ta/man/translate/figs-explicit)

ດ້ວຍສະຕິປັນຍາທີ່ໄດ້ຊົງໂຜດປຣະທານແກ່ທ່ານນັ້ນ

ສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະທານ) ແປໄດ້ອີກຢ່າງວ່າ: " ຕາມສະຕິປັນຍາຊຶ່ງພຣະເຈົ້າຊົງປຣະທານໃຫ້ແກ່ເຂົາ " (ເບິ່ງ: rc://*/ta/man/translate/figs-activepassive)

ໂປໂລໄດ້ເວົ້າສິ່ງເຫຼົ່ານີ້ໃນຈົດຫມາຍຂອງທ່ານທຸກສະບັບ

" ໂປໂລໄດ້ເວົ້າເຖິງຄວາມອົດທົນຂອງພຣະເຈົ້າຊຶ່ງນຳໄປສູ່ການຊ່ວຍໃຫ້ພົ້ນຊຶ່ງປາກົດໃນຈົດຫມາຍຂອງທ່ານທຸກສະບັບ "

ແລະໃນຈົດຫມາຍນັ້ນບາງຂໍ້ຄວາມທີ່ເຂົ້າໃຈຍາກ

ມີບາງຢ່າງໃນຈົດຫມາຍຂອງໂປໂລຊຶ່ງຍາກຕໍ່ການທຳຄວາມເຂົ້າໃຈ

ຄົນທັງຫລາຍທີ່ບໍ່ໄດ້ຮຽນຮູ້ແລະບໍ່ແນ່ນອນຫມັ້ນຄົງນັ້ນໄດ້ປ່ຽນແປງໄປ

ຄົນທັງຫລາຍທີ່ບໍ່ໄດ້ຮຽນຮູ້ແລະບໍ່ຫມັ້ນຄົງນັ້ນຕີຄວາມສິ່ງທີ່ຢູ່ໃນຈົດຫມາຍຂອງໂປໂລຜິດໄປ ຊຶ່ງເປັນສ່ວນທີ່ຍາກຕໍ່ການເຂົ້າໃຈ

ບໍ່ໄດ້ຮຽນຮູ້ ແລະບໍ່ແນ່ນອນຫມັ້ນຄົງ

" ບໍ່ໄດ້ຮຽນຮູ້ແລະບໍ່ຫມັ້ນຄົງ " ຄົນເຫຼົ້ານີ້ບໍ່ໄດ້ຮັບການສັ່ງສອນວ່າຄວນຈະຕີຄວາມຫມາຍຂໍ້ພຣະຄັມພີໃຫ້ເຫມາະສົມໄດ້ຢ່າງໃດ ດັ່ງນັ້ນພວກເຂົາຈິ່ງບໍ່ໄດ້ຮັບການສ້າງໃຫ້ເປັນບຸກຄົນຊຶ່ງຮູ້ກ່ຽວກັບຄວາມຈິງຂອງຂ່າວປະເສີດ

ເປັນເຫດເຮັດໃຫ້ເຂົາຈິບຫາຍ

" ເຮັດໃຫ້ຕົວເອງຈິບຫາຍ "