lo_tn/2pe/03/11.md

3.8 KiB

ຂໍ້ມູນເຊື່ອມຕໍ່:

ເປໂຕເລີ່ມຕົ້ນບອກບັນດາຜູ້ເຊື່ອວ່າພວກເຂົາຄວນຈະດຳເນີນຊີວິດຢ່າງໃດຂະນະທີ່ລໍໃຫ້ເຖິງວັນຂອງອົງພຣະຜູ້ເປັນເຈົ້າ

ເມື່ອເຫັນແລ້ວວ່າສິ່ງທັງປວງຈະຕ້ອງສະຫລາຍໄປຫມົດ ຊິ້ນເຊັ່ນນີ້

ສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳ ຂອງປະໂຫຍກ)ແປໄດ້ອີກຢ່າງວ່າ: " ເມື່ອເຫັນແລ້ວວ່າ ພຣະເຈົ້າຈະຊົງທຳລາຍສິ່ງທັງປວງໄປຫມົດຊິ້ນເຊັ່ນນີ້" (ເບິ່ງ: rc://*/ta/man/translate/figs-activepassive)

ທ່ານທັງຫລາຍຄວນຈະເປັນຄົນຢ່າງໃດ

ເປໂຕໃຊ້ຄຳຖາມທີ່ບໍ່ຕ້ອງການຄຳຕອບເພື່ອຕ້ອງການ ເນັ້ນໃນສິ່ງທີ່ເຂົາກຳລັງຈະເວົ້າຕໍ່ໄປວ່າ " ຄວນດຳເນີນ ຊີວິດທີ່ບໍຣິສຸດແລະຕິດຕາມພຣະເຈົ້າ " ແປໄດ້ອີກຢ່າງວ່າ " ທ່ານຮູ້ຫຼືບໍ່ວ່າທ່ານຄວນຈະເປັນຄົນຢ່າງໃດ " (ເບິ່ງ: rc://*/ta/man/translate/figs-rquestion)

ຟ້າສະຫັວນຈະຖືກທຳລາຍດ້ວຍໄຟ ແລະໂລກທາດຈະ ສະຫລາຍໄປດ້ວຍໄຟອັນຮ້ອນກ້າ

ສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳ ຂອງປະໂຫຍກ)ແປໄດ້ອີກຢ່າງວ່າ: " ພຣະເຈົ້າຈຊົງທຳ ລາຍຟ້າສະຫັວນດ້ວຍໄຟ ແລະຫລອມລະລາຍໂລກທາດ ດ້ວຍໄຟອັນຮ້ອນກ້າ " (ເບິ່ງ: rc://*/ta/man/translate/figs-activepassive)

ໂລກທາດ

ມີຄວາມຫມາຍທີ່ເປັນໄປໄດ້ຄື 1) ຟ້າສະຫັວນ ເຊັ່ນດວງ ອາທິດ, ດວງຈັນ ແລະດວງດາວຫຼື 2) ສິ່ງຊຶ່ງປະກອບ ກັນຂຶ້ນເປັນຟ້າສະຫັວນ ແລະໂລກເຊັ່ນ ດິນ ອາກາດ ໄຟ ແລະນໍ້າ ໃຫ້ກັບໄປເບິ່ງ 3:10 ແປໄວ້ວ່າຢ່າງໃດ

ທີ່ຊຶ່ງຄວາມຊອບທັມຈະດຳລົງຢູ່

ເປໂຕປຽບທຽບ" ຄວາມຊອບທັມ " ເຫມືອນກັບວ່າຄວາມຊອບທັມເປັນບຸກຄົນ ການຂຽນຢ່າງນີ້ເອີ້ນວ່າ ການໃຊ້ ' ຊື່ອີກຢ່າງ' (ຊຶ່ງເປັນການດຶງເອົາລັກສະນະເດັ່ນຂອງສິ່ງຕ່າງໆອອກມາກ່າວ) ຄວາມຫມາຍຂອງຊື່ຂອງ " ຄວາມຊອບທັມ " ໃນທີ່ນີ້ຫມາຍເຖິງຄົນຊອບທັມ ແປໄດ້ອີກຢ່າງວ່າ " ທີ່ຊຶ່ງຄົນຊອບທັມອາໄສຢູ່" ຫຼື " ທີຊຶ່ງຄົນຈະດຳເນີນຊີວິດຢ່າງຊອບທັມ" (ໃຫ້ເບິ່ງໃນ: [[rc:///ta/man/translate/figs-personification]] and [[rc:///ta/man/translate/figs-metonymy]])