lo_tn/2pe/03/03.md

3.4 KiB

ຈົ່ງຮູ້ຂໍ້ນີ້ກ່ອນ

" ຈົ່ງຮູ້ໄວ້ວ່າສິ່ງນີ້ຄືສິ່ງສຳຄັນທີ່ສຸດ " ໃຫ້ກັບໄປເບິ່ງວ່າ 1:19 ແປໄວ້ວ່າຢ່າງໃດ

ດຳເນີນຕາມໃຈປາຖະໜາຊົ່ວຂອງຕົນ

ຄຳວ່າ " ປາຖະໜາ " ໃນທີ່ນີ້ຫມາຍເຖິງຄວາມປາຖະ ຫນາທີ່ເປັນບາບຊຶ່ງຂັດຕໍ່ພຣະປະສົງຂອງພຣະເຈົ້າແປ ໄດ້ອີກຢ່າງວ່າ " ດຳເນີນຊີວິດຕາມຄວາມປາຖະຫນາຊົ່ວຂອງພວກເຂົາ" (ໃຫ້ເບິ່ງ: rc://*/ta/man/translate/figs-explicit)

ດຳເນີນ

ກະທຳ, ປະພຶດ

ຄຳທີ່ຊົງສັນຍາໄວ້ວ່າພຣະອົງຈະສະເດັດມານັ້ນຢູ່ທີ່ໃດ

ຜູ້ເຢາະເຢີ້ຍຖາມຄຳຖາມທີ່ບໍ່ຕ້ອງການຄຳຕອບນີ້ເພື່ອເນັ້ນໃຫ້ເຫັນວ່າພວກເຂົາບໍ່ເຊື່ອວ່າພຣະເຢຊູຄຣິດຈະສະເດັດກັບມາສ່ວນຄຳວ່າ " ຊົງສັນຍາ" ຫມາຍ ເຖິງການເຮັດໃຫ້ສຳເລັດຕາມຄຳສັນຍາວ່າພຣະເຢຊູ ຄຣິດເຈົ້າຊົງສະເດັດກັບມາແປໄດ້ອີກຢ່າງວ່າ: " ພຣະ ສັນຍາທີ່ວ່າພຣະເຢຊູຄຣິສເຈົ້າຈະສະເດັດກັບມານັ້ນ ບໍ່ເປັນຄວາມຈິງພຣະອົງຈະບໍ່ສະເດັດກັບມາ !" (ໃຫ້ເບິ່ງໃນ [[rc:///ta/man/translate/figs-rquestion]] and [[rc:///ta/man/translate/figs-metonymy]])

ບັນພະບຸຣຸດດລ່ວງລັບໄປແລ້ວ

ຄຳວ່າ " ບັນພະບຸຣຸດ " ຫມາຍເຖິງບັນພະບຸຣຸດທີ່ເຄີຍ ມີຊີວິດຢູ່ ສ່ວນຄຳວ່າ " ລ່ວງລັບ " ເປັນສຳນວນ ຫມາຍຄວາມວ່າພວກເຂົາໄດ້ຕາຍໄປແລ້ວ (ໃຫ້ເບິ່ງໃນ: rc://*/ta/man/translate/figs-idiom)

ສິ່ງທັງປວງກໍ່ເປັນຢູ່ເຫມືອນທີ່ໄດ້ເປັນຢູ່ຕັ້ງແຕ່ເດີມຊົງສ້າງໂລກ "

ຜູ້ເຢາະເຢີ້ຍໂຕ້ຖຽງວ່າໃນເມື່ອບໍ່ມີອັນໃດໃນໂລກທີ່ປ່ຽນແປງໄປ ກໍ່ເປັນໄປບໍ່ໄດ້ທີ່ພຣະເຢຊູຄຣິດເຈົ້າຈະສະ ເດັດກັບມາ (ໃຫ້ເບິ່ງໃນ: rc://*/ta/man/translate/figs-hyperbole)

ຕັ້ງແຕ່ເດີມຊົງສ້າງໂລກ

ສາມາດແປໂດຍໃຊ້ກິລິຍາປະໂຫຍກວະລີ ແປໄດ້ອີກ ຢ່າງວ່າ " ຕັ້ງແຕ່ພຣະເຈົ້າຊົງສ້າງໂລກ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-abstractnouns)