lo_tn/2pe/02/20.md

3.9 KiB

ກິເຫລດຂອງໂລກນີ້

ຄຳວ່າ " ກິເຫລດ "ຫມາຍເຖິງຄວາມປະພຶດທີ່ເປັນບາບຊຶ່ງເຮັດໃຫ້ຄົນໆຫນື່ງເປັນມົນທິນທາງສິລະທັມ ສ່ວນຄຳວ່າ " ໂລກນີ້ " ຫມາຍເຖິງສັງຄົມມະນຸດ ແປໄດ້ອີກຢ່າງວ່າ " ການປະພຶດອັນເຕັມໄປດ້ວຍກິເຫລດຂອງສັງມະນຸດຊຶ່ງເຕັມໄປດ້ວຍຄວາມບາບ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-metonymy)

ດ້ວຍຄວາມຮູ້ຂອງພຣະເຈົ້າແລະພຣະເຢຊູຄຣິດເຈົ້າພຣະຜູ້ຊ່ວຍໃຫ້ພົ້ນ

ສາມາດແປຄຳວ່າ " ຄວາມຮູ້ " ໂດຍໃຊ້ກິລິຍາແທນ ໃຫ້ກັບໄປເບິ່ງວ່າຂໍ້ພຣະຄັມທີ່ມີເນື້ອຫາຄ້າຍກັບໃນ 1:1 ແລະ 1:8 ແປໄວ້ວ່າຢ່າງໃດ ແປໄດ້ອີກຢ່າງໜຶ່ງວ່າ: "ຜ່ານທາງການຮູ້ຈັກພຣະເຈົ້າແລະພຣະເຢຊູຄຣິດເຈົ້າພຣະຜູ້ຊ່ວຍໃຫ້ພົ້ນ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-abstractnouns)

ບັ້ນປາຍຂອງເຂົາກໍ່ກັບຊົ່ວຮ້າຍຍິ່ງກວ່າຕອນຕົ້ນ

"ສະພາບຂອງເຂົາກັບຍິ່ງເປັນຮ້າຍກວ່າເມື່ອກ່ອນ

ທາງຊອບທັມ

ເປໂຕກຳລັງປຽບທຽບຊີວິດວ່າເໝືອນກັບ " ທາງ " ຫຼື ທາງເດີນປະໂຫຍກດັ່ງກ່າວຫມາຍເຖິງການດຳເນີນຊີວິດຕາມພຣະປະສົງຂອງພຣະເຈົ້າ (ໃຫ້ເບິ່ງໃນ: rc://*/ta/man/translate/figs-metaphor)

ພຣະບັນຍັດອັນບໍຣິສຸດທີ່ໄດ້ຊົງໂຜດປຣະທານໃຫ້ແກ່ເຂົາເຫລົ່ານັ້ນ

ສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຫຍກ) ແປໄດ້ອີກຢ່າງວ່າ: " ພຣະບັນຍັດອັນບໍຣິສຸດຊຶ່ງພຣະເຈົ້າຊົງປຣະທານແກ່ເຂົາ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-activepassive)

ສຸພາສິດຊຶ່ງເປັນຄວາມຈິງສຳລັບພວກເຂົາ

" ໃຊ້ສຸພາສິດກັບພວກເຂົາໄດ້ " ຫລື " ສຸພາສິດນີ້ອະທິບາຍເຂົາໄດ້(ຢ່າງຖືກຕ້ອງ)"

ໝາໄດ້ກັບມາກິນສິ່ງທີ່ມັນຮາກອອກມາແລ້ວ ແລະຫມູທີ່ໄດ້ລ້າງຕົວໃຫ້ສະອາດແລ້ວກໍ່ກັບລົງໄປນອນໃນຂີ້ຕົມເປື້ອນອີກ

ເປໂຕໃຊ້ສຸພາສິດສອງສຳນວນນີ້ເພື່ອອະທິບາຍລັກສະນະຂອງຄຣູສອນປອມ ເຖິງແມ່ນວ່າພວກເຂົາຈະຮູ້ຈັກ " ທາງຊອບທັມ " ນັ້ນພວກເຂົາກໍ່ໄດ້ຫັນກັບໄປຫາສິ່ງຊຶ່ງເຮັດໃຫ້ພວກເຂົາເປັນມົນທິນດ້ານສິລະທັມແລະຈິດວິນຍານ (ໃຫ້ເບິ່ງໃນ: rc://*/ta/man/translate/writing-proverbs)