lo_tn/2pe/02/17.md

6.0 KiB

ຄົນເຫລົ່ານີ້ເປັນນໍ້າສ້າງທີ່ບໍ່ມີນໍ້າ

ນໍ້າພຸທີ່ໄຫລໂດຍນຳຄວາມຊຸ່ມຊື່ນມາສູ່ຄົນທີ່ຫີວກະຫາຍ ແຕ່ " ນໍ້າສ້າງທີ່ບໍ່ມີນໍ້າ " ເຫລືອໄວ້ພຽງຄວາມຫີວກະຫາຍແລະຜິດຫວັງ ໃນທຳນອງດຽວກັນ ເຖິງແມ່ນວ່າຄຣູສອນປອມຈະສັນຍາສິ່ງຕ່າງໆມາກມາຍ ແຕ່ເຂົາເຫລົ່ານັ້ນຈະບໍ່ສາມາດເຮັດຕາມສິ່ງຊຶ່ງເຂົາໄດ້ສັນຍາໄວ້ (ໃຫ້ເບິ່ງໃນ: rc://*/ta/man/translate/figs-simile)

ເປັນເມກທີ່ຖືກພະຍຸພັດໄປ

ເມື່ອຜູ້ຄົນເຫັນເມກພະຍຸກໍ່ຄາດຫວັງວ່າຝົນຈະຕົກ ແຕ່ເມື່ອລົມພະຍຸໄດ້ພັດເອົາເມກໄປກ່ອນທີ່ຝົນຈະຕົກ ປະຊາຊົນກໍ່ຜິດຫວັງ ໃນທຳນອງດຽວກັນແມ່ນວ່າຄຣູສອນປອມຈະສັນຍາສິ່ງຕ່າງໆມາກມາຍ ແຕ່ເຂົາເຫລົ່ານັ້ນຈະບໍ່ສາມາດເຮັດຕາມສິ່ງທີ່ເຂົາໄດ້ໄວ້ (ໃຫ້ເບິ່ງໃນ: rc://*/ta/man/translate/figs-simile)

ຊົງຕຽມຫມອກແຫ່ງຄວາມມືດທຶບໄວ້ແລ້ວສຳລັບຄົນເຫລົ່ານັ້ນ

ຄຳວ່າ " ຄົນເຫລົ່ານັ້ນ " ໝາຍເຖິງຄຣູສອນປອມ ສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຫຍກ) ແປໄດ້ອີກຢ່າງວ່າ: " ພຣະເຈົ້າຊົງຕຽມຫມອກແຫ່ງຄວາມມືດທຶບໄວ້ແລ້ວສຳລັບຄົນເຫລົ່ານັ້ນ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-activepassive)

ເຂົາເວົ້າອວດອົ່ງທະນົງຕົວ

ພວກເຂົາໃຊ້ຄຳເວົ້າທີ່ປະທັບໃຈແຕ່ບໍ່ມີຄວາມຫມາຍ

ພວກເຂົາລໍ້ລວງຜູ້ຄົນດ້ວຍຕັນຫາແຫ່ງເນື້ອຫນັງ

ພວກເຂົາສົນໃຈໃນທັມມະຊາດບາບຊຶ່ງພວກເຂົາຢາກໃຫ້ຜູ້ຄົນມີສ່ວນຮ່ວມໃນການກະທຳອັນຜິດສິລະທັມແລະບາບນັ້ນ

ຜູ້ທີ່ພະຍາຍາມໜີ...ສັນຍາວ່າຈະໃຫ້...ອິສະຫລະ ...ທາດ ຂອງຄວາມຫາຍຍະນະ

ເປໂຕກ່າວເຖິງຜູ້ທີ່ໃຊ້ຊີວິດພາຍໃຕ້ບາບນັ້ນວ່າພວກເຂົາເປັນ ເຫມືອນກັບທາດຂອງຄວາມບາບຊຶ່ງຕ້ອງການເປັນອິສະຫລະຈາກການຖືກຄຸມຂັງ (ໃຫ້ເບິ່ງໃນ: rc://*/ta/man/translate/figs-metaphor)

ຜູ້ທີ່ພະຍາຍາມຫນີຈາກຄົນເຫລົ່ານັ້ນທີ່ປະພຶດຜິດ

ປະໂຫຍກດັ່ງກ່າວຫມາຍເຖິງຜູ້ເຊື່ອໃຫມ່ ສ່ວນປະໂຫຍກ ທີ່ວ່າ " ຄົນເຫລົ່ານັ້ນທີ່ຫລົງປະພຶດຜິດ " ຫມາຍເຖິງຄົນທີ່ບໍ່ໄດ້ເປັນຜູ້ເຊື່ອຜູ້ຊຶ່ງຍັງຄົງຢູ່ພາຍໃຕ້ ແປໄດ້ອີກຢ່າງວ່າ: " ຜູ້ທີ່ດຳເນີນຊີວິດຢ່າງຖືກຕ້ອງ ແຕ່ຍັງຄົງດຳເນີນຊີວິດພາຍໃຕ້ຄວາມບາບເຫມືອນທີ່ພວກເຂົາເຄີຍເປັນເຊັ່ນດຽວກັບຄົນອື່ນໆ " (ເບິ່ງ: rc://*/ta/man/translate/figs-explicit)

ພວກເຂົາສັນຍາວ່າຈະໃຫ້ຄົນເຫລົ່ານັ້ນເປັນອິສະຫລະແຕ່ ຕົວພວກເຂົາເອງຍັງເປັນທາດຂອງຄວາມຫາຍະນະ

" ຄຣູສອນປອມສັນຍາວ່າຈະມອບອິສະຫລະພາບແກ່ຄົນເຫລົ່ານັ້ນ ແຕ່ພວກເຂົາເອງນັ້ນຍັງເປັນທາດຂອງຄວາມຫາຍະນະ " ຄຣູສອນປອມສັນຍາກັບຜູ້ຄົນວ່າຈະຊ່ວຍໃຫ້ພວກເຂົາຢຸດເຮັດບາບ ແຕ່ຕົວຜູ້ສອນປອມເອງພັດຢຸດເຮັດບາບບໍ່ໄດ້

ເພາະວ່າມະນຸດເປັນທາດຂອງສິ່ງທີ່ຄອບງຳເຂົາ

ເປໂຕກຳລັງເວົ້າເຖິງຄົນວ່າເປັນເຫມືອນກັບທາດເມື່ອມີສິ່ງໃດສິ່ງຫນຶ່ງເປັນຕົວຄວບຄຸມຄົນໆນັ້ນຢູ່ ແລະສິ່ງນັ້ນເອງຈະກາຍເປັນນາຍຂອງເຂົາ ແປໄດ້ອີກຢ່າງວ່າ " ເພາະເມື່ອສິ່ງຫນື່ງສິ່ງໃດຄວບຄຸມຄົນໆນັ້ນແລ້ວ ເຂົາກໍ່ຕົກເປັນທາດຂອງສິ່ງນັ້ນ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-metaphor)