lo_tn/2pe/02/12.md

6.7 KiB

ສັດເດຍຣະສານທີ່ປາສຈາກຄວາມຄິດ

ສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຫຍກ) ແປໄດ້ອີກຢ່າວວ່າ: " ສັດທີ່ບໍ່ມີຄວາມຄິດຊຶ່ງເກິດມາຕາມທັມມະຊາດ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-activepassive)

ສັດ...ທີ່ປາສະຈາກຄວາມຄິດ

ເຊັ່ນດຽວກັບສັດທີ່ບໍ່ສາມາດຄິດໃຊ້ເຫດຜົນ ຄົນເຫລົ່ານັ້ນກໍ່ເປັນເຊັ່ນນັ້ນເຫມືອນກັນ ແປໄດ້ອີກຢ່າງວ່າ: " ບັນດາຜູ້ປະກາດພຣະທັມປອມຜູ້ຊຶ່ງປຽບເຫມືອນກັບສັດທີ່ປາສະຈາກຄວາມຄິດ" (ໃຫ້ເບິ່ງໃນ: rc://*/ta/man/translate/figs-metaphor)

ເຂົາກ່າວປະນາມສິ່ງທີ່ເຂົາບໍ່ເຂົ້າໃຈເລີຍ

ເຂົາເຫລົ່ານັ້ນກ່າວສິ່ງຊົ່ວຮ້າຍຕໍ່ສິ່ງທີ່ພວກເຂົາບໍ່ຮູ້ຈັກຫລືບໍ່ເຂົ້າໃຈ

ເຂົາຈະຕ້ອງຈິບຫາຍ

ສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຫຍກ) ແປໄກ້ອີກຢ່າງວ່າ: " ພຣະເຈົ້າຈະຊົງທຳລາຍພວກເຂົາ" (ໃຫ້ເບິ່ງໃນ: rc://*/ta/man/translate/figs-activepassive)

ພວກເຂົາຮັບບຳເໜັດແຫ່ງການອະທັມ

ເປໂຕປຽບທຽບວ່າຜູ້ປະກາດພຣະທັມປອມຈະໄດ້ຮັບການລົງໂທດເຫມືອນກັບວ່າການໄດ້ຮັບບຳເຫນັດຫລືລາງວັນ ແປໄດ້ອີກຢ່າງວ່າ: " ພວກເຂົາຈະໄດ້ຕາມທີ່ພວກจะເຂົາສົມຄວນໄດ້ຮັບຕາມການອະທັມຂອງເຂົາ" (ໃຫ້ເບິ່ງໃນ: rc://*/ta/man/translate/figs-irony)

ການເສເພເຮຮາໃນເວລາກາງເວັນ

" ການເສເພເຮຮາ " ໃນທີ່ນີ້ຫມາຍເຖິງກິຈະກຳທີ່ຜິດສິລະທັມຊຶ່ງລວມໄປເຖິງຄວາມໂລບມາກ, ຄວາມມົວເມົາ, ແລະກິຈະກຳທາງເພດ ການກະທຳສິ່ງເຫລົ່ານີ້ໃນເວລາກາງເວັນນັ້ນສະແດງໃຫ້ເຫັນວ່າຄົນເຫລົ່ານີ້ບໍ່ມີຄວາມລະອາຍໃນພຶດຕິກຳເຫລົ່ານີ້

ເຂົາດ່າງພ້ອຍແລະມົນທິນ

ຄຳວ່າ " ດ່າງພ້ອຍ " ແລະ " ມົນທິນ " ມີຄວາມຫມາຍຄ້າຍຄືກັນ ເປໂຕກຳລັງປຽບທຽບວ່າຜູ້ປະກາດພຣະຄັມປອມນັ້ນປຽບເຫມືອນກັບຮອຍດ່າງເທິງເສື້ອຜ້າຂາວຊຶ່ງເຮັດໃຫ້ນຸ່ງນັ້ນລະອາຍ ແປໄດ້ອີກຢ່າງວ່າ: " ພວກເຂົາເປັນເຫມືອນຮອຍດ່າງແລະຮອຍຕຳນິຢູ່ທີ່ເສື້ອຜ້າຊຶ່ງກໍ່ ໃຫ້ເກີດຄວາມເສື່ອມເສຍ " (ໃຫ້ເບິ່ງໃນ: [[rc:///ta/man/translate/figs-metaphor]] และ [[rc:///ta/man/translate/figs-doublet]])

ຕາເຂົາເຕັມໄປດ້ວຍຄວາມປາຖະຫນາແຫ່ງການລ່ວງປະເວນີ

ຄຳວ່າ " ຕາ...ເຕັມໄປ " ຫມາຍຄວາມວ່າເຂົາລຸ້ມຫລົງໃນສິ່ງທີ່ເຫັນມີຄວາມຫມາຍທີ່ເປັນໄປໄດ້ຄື 1) " ພວກເຂົາຄິດວ່າຜູ້ຍິງທີ່ເຫັນນັ້ນນ່າຫລັບນອນດ້ວຍ ຫລື ຕ້ອງການທີ່ຈະຫລັບນອນກັບຍິງເຫລົ່ານັ້ນ 2) " ພວກເຂົາມັກຈະແນມຫາທີ່ຢົ້ວຢວນທີ່ໃຫ້ເຂົາຈະສາມາດຫລັບນອນນຳໄດ້ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-metonymy)

ເຂົາຢຸດເຮັດບາບບໍ່ໄດ້ເລີຍ

ເຖິງແມ່ນວ່າເຂົາຈະເຮັດບາບເພື່ອຕອບສະໜອງຕໍ່ຣາຄະຕັນຫາໃຫ້ໜຳໃຈ ແຕ່ບາບທີ່ພວກເຂົາໄດ້ເຮັດນັ້ນ ກໍ່ບໍ່ເຄີຍເຮັດໃຫ້ພວກເຂົາພໍໃຈໄດ້ເລີຍ

ເຂົາວາງກັບດັກໃສ່ຄົນທີ່ມີຈິດໃຈທີ່ບໍ່ຫມັ້ນຄົງ

ຄຳວ່າ " ຈິດໃຈ " ໃນທີ່ນີ້ຫມາຍເຖິງຄົນ ແປໄດ້ອີກຢ່າງວ່າ: " ພວກເຂົາລໍ້ແລະຊັກນຳຄົນເຫລົ່ານັ້ນທີ່ບໍ່ໝັ້ນຄົງ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-synecdoche)

ໃຈເຄີຍຊິນກັບການໂລບ

ຄຳວ່າ " ໃຈ " ໃນທີ່ນີ້ຫມາຍເຖິງຄວາມຄິດແລະອາລົມຄວາມຮູ້ສຶກຂອງຄົນ ຄົນຫນຶ່ງ ເພາະເປັນການກະທຳທີ່ເຮັດຈົນເປັນນິສັຍ ຈິ່ງເຮັດໃຫ້ການຝຶກໃຫ້ພວກເຂົາເອງຄິດແລະເຮັດຢ່າງພາໂລໂລບມາກ (ໃຫ້ເບິ່ງໃນ: rc://*/ta/man/translate/figs-metonymy)

ລູກແຫ່ງຄວາມສາບແຊ່ງ

ຄຳວ່າ " ລູກ " ຫມາຍເຖິງຄົນເຫລົ່ານັ້ນທີ່ຖືກສາບແຊ່ງ ແປໄດ້ອີກຢ່າງວ່າ: " ເຂົາເຫລົ່ານັ້ນຊຶ່ງຢູ່ພາຍໃຕ້ການສາບແຊ່ງຂອງພຣະເຈົ້າ " (: rc://*/ta/man/translate/figs-metaphor)