lo_tn/2pe/02/04.md

4.4 KiB

ຂໍ້ມູນເຊື່ອມຕໍ່:

ເປໂຕຍົກຕົວຢ່າງຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະພຣະເຈົ້າຊົງລົງໂທດເພາະສິ່ງທີ່ເຂົາເຮັດ

ບໍ່ໄດ້ຍົກເວັ້ນ

" ບໍ່ໄດ້ຢັ້ບຢັ້ງການລົງໂທດ " ຫລື " ລົງໂທດ "

ຊົງຜັກດັນເຂົາລົງໄປສູ່ນາຣົກ

ສະບັບພາສາອັງກິດໃຊ້ "ພຣະອົງໄດ້ມອບພວກເຂົາລົງໃຫ້ Tartarus "ຄຳ ວ່າ" Tartarus" ມີທີ່ມາຈາກສາສະໜາຂອງຊາວກຣີກຊຶ່ງຫມາຍເຖິງສະຖານທີ່ທີ່ວິນຍານຊົ່ວແລະຄົນຊຶ່ງຕາຍໄປຖືກລົງໂທດ ແປໄດ້ອີກຢ່າງວ່າ: " ໂຍນພວກເຂົາລົງສູ່ນາຣົກ " (ໃຫ້ເບິ່ງໃນ: rc://*/ta/man/translate/translate-names)

ໄດ້ມັດເຂົາໄວ້ດ້ວຍເຄື່ອງຈ່ອງຈຳແຫ່ງຄວາມມືດ

ສາມາດແປໄດ້ໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຫຍກ ) ແປໄດ້ອີກຢ່າງວ່າ: " ຊຶ່ງພຣະອົງຈ່ອງຈຳເຂົາດ້ວຍໂສ້ແຫ່ງຂຸມນາຣົກມືດ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-activepassive)

ດ້ວຍເຄື່ອງຈ່ອງຈຳແຫ່ງຄວາມມືດ

ມີຄວາມຫມາຍທີ່ເປັນໄປໄດ້ຄື 1) " ດ້ວຍໂສ້ລ່າມໃນທີ່ມືດມິດ " ຫລື 2) " ໃນຂຸມແຫ່ງຄວາມມືດດຳຊຶ່ງຂັງພວກເຂົາໄວ້ດັ່ງໂສ້ລ່າມ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-metaphor)

ຈົນກ່ວາຈະເຖິງເວລາຊົງພິພາກສາ

ຫມາຍເຖິງວັນພິພາກສາເມື່ອພຣະເຈົ້າຈະຊົງພິພາກສາທຸກໆຄົນ

ພຣະອົງບໍ່ໄດ້ຊົງຍົກເວັ້ນມະນຸດໂລກບູຮານ

ຄຳວ່າ " ໂລກ " ຫມາຍເຖິງຜູ້ຄົນທີ່ເຄີຍອາໄສຢູ່ໃນໂລກ ແປໄດ້ອີກຢ່າງວ່າ " ພຣະອົງບໍ່ໄດ້ລະເວັ້ນຜູ້ຄົນທີ່ອາໄສຢູ່ໃນໂລກໃນຍຸກບູລານ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-metonymy)

ແຕ່ໄດ້ຊົງຊ່ວຍໂນອາ...ກັບຄົນອື່ນອີກເຈັດຄົນໃຫ້ພົ້ນ

ພຣະເຈົ້າບໍ່ໄດ້ທຳລາຍໂນອາແລະຄົນອື່ນໆອີກເຈັດຄົນເມື່ອຄັ້ງທີ່ພຣະອົງຊົງທຳລາຍຜູ້ຄົນອື່ນໆທີ່ເຫລືອຊຶ່ງອາໄສຢູ່ໃນຍຸກບູຮານ

ລົງໂທດເມືອງໂສດົມແລະເມືອງໂກໂມລາໃຫ້ພັງພິນາດກາຍເປັນເຖົ່າຖ່ານ

" ເຜົາເມືອງໂສດົມແລະເມືອງໂກໂມລາດ້ວຍໄຟຈົນເຫລືອພຽງເຖົ່າຖ່ານ

ຊົງລົງໂທດ ( ພວກເຂົາ )...ໃຫ້ຈິບຫາຍ

ພວກເຂົາຫມາຍເຖິງເມືອງໂສໂດມແລະເມືອງໂກໂມລາ ລວມໄປເຖິງຜູ້ຄົນທີ່ອາໄສຢູ່ໃນເມືອງນັ້ນດ້ວຍ

ເພື່ອໃຫ້ເປັນຕົວຢ່າງແກ່ຄົນຕໍ່ໄປທີ່ຈະປະພຶດຊົ່ວ

ເມືອງໂສໂດມແລະໂກໂມລາຖືກໃຊ້ເປັນຕົວຢ່າງແລະເປັນເຄື່ອງເຕືອນໃຈວ່າຈະເກິດສິ່ງໃດຂຶ້ນຫາກຜູ້ຄົນບໍ່ເຊື່ອຟັງພຣະເຈົ້າ