lo_tn/2pe/02/01.md

5.2 KiB

ຂໍ້ມູນທົ່ວໄປ:

ເປໂຕເລີ້ມຕົ້ນຕັກເຕືອນບັນດາຜູ້ເຊື່ອກ່ຽວກັບຜູ້ປະກາດປອມ

ແຕ່ວ່າໄດ້ມີຜູ້ທຳນວາຍປອມມາຍັງປະຊາຊົນ ເຊັ່ນດຽວກັບທີ່ມີຄຣູສອນປອມທ່າມກາງທ່ານທັງຫລາຍ

ເຊັ່ນດຽວກັບການທີ່ມີຜູ້ປະກາດພຣະທັມປອມຊຶ່ງຫລອກລວງອິສະຣາເອນດ້ວຍຄຳເວົ້າຂອງເຂົາ ກໍ່ຈະມີຜູ້ສອນປອມມາສັ່ງສອນຖ້ອຍຄຳຫລອກລວງກ່ຽວກັບອົງພຣະຄຣິດເຊັ່ນດຽວກັນ

ລັດທິທີ່ອອກນອກລູ້ນອກທາງທີ່ຈະນຳໄປສູ່ຄວາມຫາຍະນະ

ຄຳວ່າ " ລັດທິນອກລູ້ນອກທາງ " ຫມາຍເຖິງຄວາມເຫັນຊຶ່ງຕ່າງຈາກຄຳສອນຫລືພຣະຄັມຂອງພຣະເຢຊູຄຣິດ ແລະອັກຄະສາວົກ ຊຶ່ງລັດທິດັ່ງກ່າວຈະທຳລາຍຄວາມເຊື່ອຂອງຜູ້ທີຫັນໄປເຊື່ອຜູ້ສອນປອມ

ອົງພຣະຜູ້ເປັນເຈົ້າຜູ້ໄດ້ຊົງໄຖ່ເຂົາໄວ້

ສະບັບພາສາອັງກິດໃຊ້ " the master who bought them " ຊຶ່ງແປຕາມຕົວໄດ້ວ່າ " ເຈົ້ານາຍຜູ້ຊຶ່ງໄດ້ຊື້ພວກເຂົາໄວ້ແລ້ວ " ຄຳວ່າ " ເຈົ້ານາຍ " ຫມາຍເຖິງຄົນຊຶ່ງເປັນເຈົ້າຂອງທາດຊຶ່ງເປໂຕປຽບພຣະເຢຊູວ່າພຣະອົງເປັນດັ່ງເຈົ້າຂອງ ຂອງຄົນຊຶ່ງພຣະອົງຊົງຊື້ໄວ້ແລ້ວ ແລະລາຄາທີ່ພຣະອົງຕ້ອງຈ່າຍກໍ່ຄືການສິ້ນພຣະຊົນຂອງພຣະອົງ (ໃຫ້ເບິ່ງໃນ: [[rc:///ta/man/translate/figs-metaphor]] และ [[rc:///ta/man/translate/figs-explicit]])

ປະພຶດຕາມທາງແຫ່ງຄຳສາບແຊ່ງ

" ການປະພຶດຜິດສິລະທັມທາງເພດ "

ທາງແຫ່ງຄວາມຈິງຈະຖືກກ່າວຮ້າຍ

ຄຳວ່າ " ທາງແຫ່ງຄວາມຈິງ " ຫມາຍເຖິງຄວາມເຊື່ອຂອງຄຣິສະຕຽນທີ່ເຊື່ອໃນຫົນທາງອັນແທ້ຈິງຊຶ່ງໄປສູ່ພຣະເຈົ້າ ສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຫຍກ ) ແປໄດ້ອີກຢ່າງວ່າ: " ຄົນອະທັມຈະກ່າວຮ້າຍຕໍ່ທາງແຫ່ງຄວາມຈິງ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-activepassive)

ເພື່ອຈະໄດ້ກຳໄລຈາກທ່ານດ້ວຍກ່າວຄຳຫລອກລວງ

" ຫລອກໃຫ້ທ່ານມອບເງິນແກ່ເຂົາດ້ວຍກ່າວຄຳຕົວະ "

ການລົງໂທດຄົນເຫລົ່ານັ້ນທີ່ໄດ້ຖືກພິພາກສານານມາແລ້ວຈະບໍ່ຊັກຊ້າ ແລະຄວາມຫາຍະນະຂອງເຂົາກໍ່ຈະບໍ່ຖືກລືມໄປ

ຄຳວ່າ " ການພິພາກສາ " ແລະ " ຄວາມຫາຍະນະ " ຖືກປຽບໃຫ້ເຫມືອນກັບຄົນທີ່ສາມາດເຮັດສິ່ງຕ່າງໆໄດ້ ທັງສອງປະໂຫຍກຂ້າງເທິງນັ້ນມີຄວາມຫມາຍເຫມືອນກັນ ໃຊ້ເພື່ອເນັ້ນໃຫ້ເຫັນວ່າຜູ້ສອນປອມນັ້ນຈະຖືກລົງໂທດພິພາກສາ (ໃຫ້ເບິ່ງໃນ: [[rc:///ta/man/translate/figs-personification]] และ [[rc:///ta/man/translate/figs-parallelism]])

ການລົງໂທດຄົນເຫຼົ່ານັ້ນທີ່ໄດ້ຖືກພິພາກສາໄວ້ມານານແລ້ວຈະບໍ່ຊັກຊ້າ ແລະຄວາມຫາຍະນະຂອງເຂົາກໍ່ຈະບໍ່ລືມໄລໄປ

ສາມາດແປປະໂຫຍກຂ້າງເທິງໃຫ້ເປັນປະໂຫຍກບອກເລົ່າໄດ້ ແປໄດ້ອີກຢ່າງວ່າ: " ພຣະເຈົ້າຈະຊົງໂທດພິພາກສາເຂົາໃນບໍ່ຊ້າ ພຣະອົງພ້ອມແລ້ວທີ່ຈະທຳລາຍເຂົາ " (ໃຫ້ເບິ່ງໃນ: [[rc:///ta/man/translate/figs-doublenegatives]] ແລະ [[rc:///ta/man/translate/figs-abstractnouns]])