lo_tn/2pe/01/19.md

7.2 KiB

ຂໍ້ມູນທົ່ວໄປ:

ເປໂຕເລີ່ມຕົ້ນກ່າວຕັກເຕືອນບັນດາຜູ້ເຊື່ອກ່ຽວກັບຜູ້ປະກາດພຣະທັມປອມ

ມີຄຳທຳນວາຍທີ່ແນ່ນອນກວ່ານັ້ນອີກ

ສິ່ງທີ່ເປໂຕ ແລະອັກຄະສາວົກຄົນອື່ນໆເຫັນຊຶ່ງປາກົດໃນຂໍ້ພຣະຄັມພີກ່ອນໜ້ານີ້ນັ້ນເປັນເຄື່ອງຢືນຢັນວ່າສິ່ງທີ່ຜູ້ປະກາດພຣະຄັມເຄີຍກ່າວໄວ້ນັ້ນເປັນຈິງ ສາ ມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຫຍກ) ແປໄດ້ອີກຢ່າງວ່າ: " ສິ່ງຊຶ່ງເຮົາໄດ້ເຫັນເຮັດໃຫ້ຄຳທຳນວາຍນັ້ນເປັນຈິງແນ່ນອນກວ່ານັ້ນອີກ" (ໃຫ້ເບິ່ງໃນ: [[rc:///ta/man/translate/figs-explicit]] และ [[rc:///ta/man/translate/figs-activepassive]])

( ເຮົາ ) ມີ

ຄຳວ່າ " ເຮົາ " ໃນທີ່ນີ້ຫມາຍເຖິງບັນດາຜູ້ເຊື່ອລວມເຖິງເປໂຕ ແລະຜູ້ອ່ານຈົດຫມາຍສະບັບນີ້ (ໃຫ້ເບິ່ງໃນ: rc://*/ta/man/translate/figs-inclusive)

ຄຳທຳນວາຍ

ອ້າງເຖິງຄຳທຳນວາຍຊຶ່ງປະກົດມພຣະຄັມພີເດີມ ແປ ໄດ້ອີກຢ່າງໜຶ່ງວ່າ: " ພຣະວະຈະນະ ຊຶ່ງຜູ້ປະກາດພຣະຄັມໄດ້ກ່າວໄວ້ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-explicit)

ຈະເປັນການດີຖ້າທ່ານທັງຫລາຍຈະປະຕິບັດຕາມຄຳນັ້ນ

ເປໂຕກຳລັງສັ່ງສອນຜູ້ເຊື່ອໃຫ້ໃສ່ໃຈໃນຄຳທຳນວາຍຢ່າງໃກ້ຊິດ

ເຫມືອນແສງໂຄມໄຟທີ່ສ່ອງສະຫວ່າງໃນທີ່ມືດ ດັ່ງແສງຕາເວັນສ່ອງໃນເຊົ້າ

ເປໂຕປຽບຄຳທຳນວາຍວ່າ ເຫມືອນກັບໂຄມໄຟທີ່ສ່ອງສະຫວ່າງໃນຄວາມມືດ ດັ່ງແສງຕາເວັນສ່ອງສະຫວ່າງໃນຍາມເຊົ້າ ການປາກົດຂອງແສງສະຫວ່າງໃນຕອນນັ້ນຫມາຍເຖິງການສະເດັດກັບມາຂອງພຣະເຢຊູຄຣິດ (ໃຫ້ເບິ່ງໃນ: rc://*/ta/man/translate/figs-simile)

ດາວເພັກຈະຮຸ່ງຂຶ້ນໃນໃຈຂອງທ່ານ

ເປໂຕປຽບພຣະຄຣິດວ່າເປັນດັ່ງ " ດາວເພັກ " ຊຶ່ງຊີ້ໃຫ້ເຫັນເຖິງການເລີ່ມຕົ້ນວັນໃໝ່ ແລະຈຸດຊິ້ນສຸດຂອງຄວາມມືດທີ່ກຳລັງໃກ້ເຂົ້າມາ ຄືພຣະເຢຊູຄຣິດຈະນຳຄວາມສະຫວ່າງມາສູ່ຈິດໃຈຂອງຜູ້ເຊື່ອ ອັນ ນຳມາສູ່ຈຸດຈົບຂອງຄວາມສົງໃສທັງປວງ ເຮັດໃຫ້ເກີດ ຄວາມເຂົ້າໃຈຢ່າງເຕັມບໍຣິບູນວ່າພຣະອົງຄືຜູ້ໃດ (ໃຫ້ເບິ່ງໃນ: rc://*/ta/man/translate/figs-metaphor)

ດາວເພັກ

" ດາວເພັກ" ຄືດາວເຄາະ ຊື່ວ່າ ວີນັສ ຊຶ່ງຈະຂຶ້ນກ່ອນທີ່ຕາເວັນຈະຂຶ້ນ ເປັນເຄື່ອງຫມາຍວ່າວັນໃໝ່ກຳລັງຈະເລີ້ມ

ຈົ່ງຮູ້ເປັນສິ່ງແລກ

" ຈົ່ງຮູ້ເຖີດວ່າສິ່ງນີ້ເປັນສິ່ງທີ່ສຳຄັນທີ່ສຸດ "

ບໍ່ມີຄຳທຳນວາຍໃດທີ່ມາຈາກຄວາມປະສົງຂອງມະນຸດ

ຂໍ້ຄວາມນີ້ມີຄວາມຫມາຍທີ່ເປັນໄປໄດ້ຫລາຍທາງຄື 1)ຜູ້ປະກາດພຣະຄັມບໍ່ໄດ້ອ້າງວ່າເປັນຜູ້ທຳນວາຍດ້ວຍຕົວເອງ 2) ຄົນຕ້ອງອາໄສພຣະວິນຍານບໍຣິສຸດໃນການທີ່ຈະເຂົ້າໃຈຄຳທຳນວາຍຕ່າງໆ 3) ໃນການຕີຄວາມຫມາຍຄຳທຳນວາຍນັ້ນຕ້ອງອາໄສຄວາມຊ່ວຍ ເຫລືອຈາກຊຸມຊົນຜູ້ເຊື່ອຊຶ່ງເປັນພີ່ນ້ອງຄຣິສະຕຽນເຫມືອນກັນ

ມະນຸດຜູ້ທີ່ພ້ອມດຳເນີນການໂດຍພຣະວິນຍານບໍຣິສຸດໄດ້ກ່າວຈາກພຣະເຈົ້າ

ພຣະວິນຍານບໍຣິສຸດຊົງນຳໃຫ້ມະນຸດກ່າວໃນສິ່ງທີ່ພຣະເຈົ້າຢາກໃຫ້ເຂົາເວົ້າ ປະໂຫຍກດັ່ງກ່າວສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຫຍກ ) ແປໄດ້ອີກຢ່າງວ່າ: " ມະນຸດເວົ້າສິ່ງທີ່ມາຈາກພຣະເຈົ້າດ້ວຍຄວາມຊ່ວຍເຫລືອຈາກພຣະວິນຍານບໍຣິສຸດ " (ໃຫ້ເບິ່ງ: rc://*/ta/man/translate/figs-activepassive)

ຜູ້ທີ່ພ້ອມດຳເນີນການໂດຍພຣະວິນຍານບໍຣິສຸດ

ສະບັບພາສາອັງກິດໃຊ້ຄຳວ່າ "ຜູ້ຊາຍປະຕິບັດໂດຍພຣະວິນຍານບໍຣິສຸດ" ຊຶ່ງຕາມຕົວໄດ້ວ່າ " ມະນຸດຊຶ່ງພຣະວິນຍານບໍຣິສຸດຊົງນຳຫລືອູ້ມຕິດຕົວໄປ" ໃນບໍຣິບົດນີ້ນັ້ນເປໂຕກຳລັງປຽບທຽບວ່າການທີ່ພຣະວິນ ຍານບໍຣິສຸດຊຶ່ງເປັນຜູ້ທີ່ຊົງຊ່ວຍໃຫ້ຜູ້ປະກາດພຣະຄັມຂຽນໃນສິ່ງຊຶ່ງອົງພຣະຜູ້ເປັນເຈົ້າຢາກຈະໃຫ້ເຂົາຂຽນນັ້ນເຫມືອນກັບການທີ່ພຣະວິນຍານບໍຣິສຸດຊົງອູ້ມເຂົາຈາກທີ່ຫນຶ່ງໄປຍັງອີກທີ່ຫນຶ່ງ (ໃຫ້ເບິ່ງ: rc://*/ta/man/translate/figs-metaphor)