lo_tn/2pe/01/16.md

5.5 KiB

ຂໍ້ມູນເຊື່ອມຕໍ່:

ເປໂຕຍັງຄົງສັ່ງສອນບັນດາຜູ້ເຊື່ອຕໍ່ຈາກຂໍ້ກ່ອນເຖິງ ອະທິບາຍດ້ວຍວ່າ ເຫດໃດພວກເຂົາຈິ່ງສົມຄວນທີ່ຈະໄດ້ຮັບຄວາມໄວ້ວາງໃຈ

ເພາະວ່າ...ເຮົາບໍ່ໄດ້ຄ້ອຍຕາມນິຍາຍທີ່ເຂົາແຕ່ງໄວ້ດ້ວຍຄວາມສະຫລຽວສະຫລາດ

ຄຳວ່າ " ເຮົາ " ໃນທີ່ນີ້ຫມາຍເຖິງເປໂຕແລະອັກຄະສາວົກຄົນອື່ນໆ ແຕ່ບໍ່ໄດ້ຫມາຍເຖິງຜູ້ອ່ານຈົດຫມາຍສະບັບນີ້ ແປອີກຢ່າງຫນຶ່ງວ່າ " ເພາະເຮົາຊຶ່ງເປັນອັກຄະສາວົກບໍ່ໄດ້ຄ້ອຍຕາມນິຍາຍທີ່ເຂົາແຕ່ງໄວ້ດ້ວຍຄວາມສະຫລຽວສະຫລາດ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-exclusive)

​ພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ

" ຂອງເຮົາ " ໃນທີ່ນີ້ຫມາຍເຖິງບັນດາຜູ້ເຊື່ອ (ໃຫ້ເບິ່ງໃນ: rc://*/ta/man/translate/figs-inclusive) ເມື່ອພຣະສຸຣະສຽງຈາກສະຫງ່າຣາສີອັນຍິ່ງໃຫຍ່ໄດ້ມາເຖິງພຣະອົງ

ຣິດເດດແລະການປະກົດຂອງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ

ຄຳວ່າ " ການປະກົດ " ຫມາຍເຖິງການສະເດັດມາຄັ້ງທີສອງຂອງອົງພຣະເຢຊູຄຣິດ ມີຄວາມຫມາຍທີ່ເປັນໄປໄດ້ຄື 1) " ຣິດເດດຂອງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ ແລະການສະເດັດກັບມາຂອງພຣະອົງ 2) " ການສະເດັດກັບມາຊຶ່ງເຕັມໄປດ້ວຍຣິດເດດຂອງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-hendiadys)

ພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ

" ຂອງເຮົາ " ໃນທີ່ນີ້ຫມາຍເຖິງບັນດາຜູ້ທີ່ເຊື່ອ (ໃຫ້ເບິ່ງໃນ: rc://*/ta/man/translate/figs-inclusive)

ເມື່ອພຣະສຸຣະສຽງຈາກສຫງ່າຣາສີອັນຍິ່ງໃຫ່ຍໄດ້ມາເຖິງພຣະອົງ

ສາມາດແປໂດຍໃຊ້ປະໂຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຍກ) ແປໄດ້ອີກຢ່າງວ່າ: " ເມື່ອພຣະອົງຊົງສະດັບຮັບຟັງສຽງຊຶ່ງມາຈາກສະຫງ່າຣາສີອັນຍິ່ງໃຫຍ່ " ຫລື " ເມື່ອສະຫງ່າຣາສີອັນຍິ່ງໃຫ່ຽໄດ້ກ່າວແກ່ພຣະອົງວ່າ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-activepassive)

ພຣະສຸຣະສຽງ...ກ່າວ...ວ່າ

ມີພຣະສຸຣະສຽງດັງວ່າ ( ສຽງຂອງຄຳຕ່າງໆ )

ສະຫງ່າຣາສີອັນຍິ່ງໃຫຍ່

ເປໂຕໃຊ້ຄຳວ່າ " ສະຫງ່າຣາສີ " ແທນພຣະເຈົ້າ ຊຶ່ງວິທີ ການດັ່ງກ່າວເອີ້ນວ່າ " ການຂະຫຍາຍຄວາມ " (ໝາຍເຖິງການໃຊ້ຖ້ອຍຄຳຫລືພາສາທີ່ສຸພາບນຸ້ມນວນຫລີກລ້ຽງຄວາມຮຸນແຮງລົງ ) ການຂະຫຽາຍຖືກນຳມາໃຊ້ໃນບໍຣິບົດນີ້ເພື່ອຫຼີກເວັ້ນການກ່າວພຣະນາມຂອງພຣະເຈົ້າອັນເນື່ອງມາຈາກຄວາມຢຳເກງທີ່ເປໂຕມີຕໍ່ພຣະອົງ ແປໄດ້ອີກຢ່າງວ່າ: " ອົງພຣະຜູ້ເປັນເຈົ້າ ຜູ້ຊົງສະຫງ່າຣາສີສູງສຸດ " (ໃຫ້ເບິ່ງໃນ: [[rc:///ta/man/translate/figs-metonymy]] and [[rc:///ta/man/translate/figs-euphemism]])

ເຮົາກໍ່ໄດ້ຍິນພຣະສຸຣະສຽງນີ້ມາຈາກສະຫັວນ

ເປໂຕກຳລັງເວົ້າເຖິງຕົວເຂົາເອງ ແລະສາວົກທີ່ຊື່ຢາໂກໂບ ແລະໂຢຮັນ ຊຶ່ງເປັນຜູ້ທີ່ໄດ້ຍິນພຣະສຸຣະສຽງຂອງພຣະເຈົ້າ

ໃນຄັ້ງທີ່ເຮົາໄດ້ຢູ່ກັບພຣະອົງ

" ໃນຄັ້ງທີ່ເຮົາໄດ້ຢູ່ກັບພຣະເຢຊູຄຣິດ "