lo_tn/2pe/01/12.md

3.8 KiB

ຂໍ້ມູນເຊື່ອມຕໍ່:

ເປໂຕໄດ້ບອກແກ່ຜູ້ເຊື່ອກ່ຽວກັບພາລະຫນ້າທີ່ຂອງເປໂຕເອງທີ່ຈະຕ້ອງເປັນຜູ້ທີ່ຄອຍຕັກເຕືອນແລະສັ່ງສອນພວກຕໍ່ໄປ

ເຕືອນສະຕິທ່ານເຖິງສິ່ງເຫລົ່ານີ້

ຄຳວ່າ " ສິ່ງເຫລົ່າ" ຫມາຍເຖິງທຸກສິ່ງທີ່ເປໂຕໄດ້ກ່າວໄວ້ໃນຂໍ້ກ່ອນຫນ້ານີ້

ທ່ານໄດ້ຕັ້ງຫມັ້ນຄົງຢູ່ໃນຄວາມຈິງ

" ທ່ານເຊື່ອໃນຄວາມຈິງເຫລົ່ານີ້ຢ່າງຫນັກແຫນ້ນ "

ເຕືອນສະຕິທ່ານທັງຫລາຍໃຫ້ລະນຶກເຖິງຂໍ້ຄວາມເຫລົ່ານີ້

ຄຳວ່າ " ເຕືອນສະຕິ " ຫມາຍເຖິງການທີ່ປຸກໃຫ້ໃຜຜູ້ຫນຶ່ງຕື່ນຂຶ້ນຈາກການຫລັບ ເປໂຕໄດ້ປຽບທຽບວ່າການເຕືອນໃຫ້ຜູ້ອ່ານໄດ້ຄິດເຖິງສິ່ງເຫລົ່ານີ້ເປັນເຫມືອນກັບການປຸກພວກເຂົາໃຫ້ຕື່ນຂຶ້ນມາຈາກການຫລັບ ແປໄດ້ອີກຢ່າງຫນຶ່ງວ່າ " ເຕືອນໃຫ້ທ່ານຄິດກ່ຽວກັບສິ່ງເຫລົ່ານີ້ເພື່ອເປັນເຄື່ອງເຕືອນໃຈ " (ໃຫ້ເບິ່ງໃນ: rc://*/ta/man/translate/figs-metaphor)

ຕາບເທົ່າທີ່ຂ້າພະເຈົ້າຍັງອາໄສຢູ່ໃນເຮືອນຄືຮ່າງກາຍນີ້....ຂ້າພະເຈົ້າກໍຈະຕ້ອງສະຫລະຖິ້ມຮ່າງກາຍຂອງຂ້າພະເຈົ້າໄປ

ເປໂຕກຳລັງປຽບຮ່າງກາຍຂອງຕົນວ່າເຫມືອນກັບເຮືອນທີ່ເຂົາຈະຕ້ອງຈາກໄປ ຊຶ່ງຫມາຍເຖິງການຕາຍຂອງເປໂຕ ສາມາດແປໄດ້ອີກຢ່າງຫນຶ່ງວ່າ " ຕາບໃດທີ່ຂ້າພະເຈົ້າຍັງມີຊີວິດຢູ່...ຂ້າພະເຈົ້າຈະຕ້ອງຕາຍໄປ " (ໃຫ້ເບິ່ງໃນ: [[rc:///ta/man/translate/figs-metaphor]] and [[rc:///ta/man/translate/figs-euphemism]])

ໃຫ້ທ່ານທັງຫລາຍລະນຶກເຖິງສິ່ງເຫລົ່ານີ້ສະເຫມີ

" ໃຫ້ທ່ານສາມາດຈົດຈຳສິ່ງເຫລົ່ານີ້ໄດ້ສະເຫມີ "

ເມື່ອຂ້າພະເຈົ້າຕາຍໄປແລ້ວ

ໃນພາສາອັງກິດໃຊ້ຄຳວ່າ " ຫລັງຈາກທີ່ຂ້ອຍອອກເດີນທາງ " ຊຶ່ງແປຕາມຕົວໄດ້ວ່າ " ຫລັງການຈາກໄປຂອງຂ້າພະເຈົ້າ " ໃນຂໍ້ນີ້ນັ້ນເປໂຕກຳລັງປຽບທຽບການຕາຍຂອງເຂົາວ່າເປັນເຫມືອນກັບການຈາກໄປສູ່ທີ່ຫນື່ງຫາອີກທີ່ຫນຶ່ງສາມາດແປໄດ້ອີກຢ່າງວ່າ: " ຫລັງຈາກການຕາຍຂອງຂ້າພະເຈົ້າ " (ໃຫ້ເບິ່ງໃນ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-euphemism]])