lo_tn/2pe/01/01.md

4.2 KiB

ຂໍໍ້ມູນທົ່ວໄປ:

ເປໂຕໄດ້ເວົ້າວ່າເຂົາເອງເປັນຜູ້ຂຽນ ລວມເຖິງຊື່ແລະທັກທາຍບັນດາຜູ້ເຊື່ອຊຶ່ງເຂົາໄດ້ຂຽນເຖິງ

ຂ້າໃຊ້ແລະສາວົກຂອງພຣະເຢຊູຄິຣດ

ເປໂຕເວົ້າເຖິງຕົວຂອງເພິ່ນເອງໃນຖານະຜູ້ຮັບໃຊ້ຂອງພຣະເຢຊູຄຣິດ ລວມທັງເປັນຜູ້ທີ່ໄດ້ຮັບຕໍາແຫນ່ງຫນ້າທີ່ໃນຖານະອັກຄະສາວົກຂອງພຣະເຢຊູຄຣິດ

ຮຽນທ່ານຜູ້ທີ່ໄດ້ຮັບຄວາມເຊື່ອທີ່ມີຄ່າເຊັ່ນດຽວກັນກັບຂ້າພະເຈົ້າໄດ້ຮັບ

ເປໂຕກໍາລັງປຽບທຽບວ່າຄວາມຈິງກ່ຽວກັບພຣະເຢຊູຄຣິດນັ້ນເປັນສິ່ງທີ່ຜູ້ເຊື່ອສາມາດຮັບເອົາໄວ້ໄດ້ເຊັ່ນດຽວກັນກັບການທີ່ຄົນຫນຶ່ງສາມາດຮັບເອົາສິ່ງຂອງເອົາໄວ້(ເບິ່ງ: rc://*/ta/man/translate/figs-abstractnouns)

ຮຽນທ່ານຜູ້ທີ່ໄດ້ຮັບ

"ເຖິງທ່ານທີ່ໄດ້ຮັບ" ເປໂຕກໍາລັງເວົ້າກັບບັນດາຜູ້ເຊື່ອທີ່ໄດ້ອ່ານຈົດຫມາຍສະບັບນີ້. ທີ່ເຮົາໄດ້ຮັບ ຄໍາວ່າ "ເຮົາ" ໃນທີ່ນີ້ຫມາຍເຖິງເປໂຕແລະອັກຄະສາວົກຄົນອື່ນໆ ແຕ່ບໍ່ໄດ້ຫມາຍເຖິງຄົນທີ່ເປໂຕກໍາລັງຂຽນເຖິງ ແປໄດ້ອີກຢ່າງຫນື່ງວ່າ ເຮົາ ອັກຄະສາວົກຜູ້ຊຶ່ງໄດ້ຮັບ (ເບິ່ງ: rc://*/ta/man/translate/figs-exclusive)

ຂໍພຣະຄຸນຈົ່ງຢູ່ກັບທ່ານທັງຫລາຍແລະສັນຕິສຸກຈົ່ງເພີ່ມຂຶ້ນຢ່າງຫລວງຫລາຍ

ພຣະເຈົ້າຊົງເປັນຜູ້ປຣະທານພຣະຄຸນແລະສັນຕິສຸກໃຫ້ແກ່ບັນດາຜູ້ທີ່ເຊື່ອ ແປໄດ້ອີກຢ່າງຫນຶ່ງວ່າ "ຂໍໃຫ້ພຣະເຈົ້າເພີ່ມພຣະຄຸນແລະສັນຕິສຸກຂອງທ່ານ" (ໃຫ້ເບິ່ງໃນ: rc://*/ta/man/translate/figs-explicit)

ຂໍພຣະຄຸນຈົ່ງຢູ່ກັບທ່ານແລະສັນຕິສຸກຈົ່ງເພີ່ມທະວີຂຶ້ນ

ເປໂຕກໍາລັງປຽບສັນຕິສຸກເຫມືອນກັບເປັນສິ່ງຂອງທີ່ສາມາດເພີ່ມຈໍານວນຂຶ້ນຫລືມີຂະຫນາດໃຫ່ຍຂຶ້ນ(ໃຫ້ເບິ່ງໃນ: rc://*/ta/man/translate/figs-metaphor)

ໂດຍຮູ້ຈັກພຣະເຈົ້າແລະພຣະເຢຊູອົງພຣະຜູ້ເປັນເຈົ້າຂອງເຮົາ.

ໃນພາສາອັງກິດນັ້ນໃຊ້ຄໍາວ່າ "ໃນຄວາມຮູ້ກ່ຽວກັບພຣະເຈົ້າແລະຂອງພຣະເຢຊູເຈົ້າຂອງພວກເຮົາ " ຊຶ່ງແປຕາມຕົວໄດ້ວ່າ " ໃນຄວາມຮູ້ຊຶ່ງທ່ານມີກ່ຽວກັບພຣະເຈົ້າແລະພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ" ຢ່າງໃດກໍຕາມແຕ່ເມື່ອແປເປັນພາສາລາວ "ໂດຍຮູ້ຈັກພຣະເຈົ້າແລະພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ"